• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນຈີນ


ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບປະ​ທານສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນຈີນ
 
      ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສ​ປ ຈີນ ຢ່າງ​ເປັນ​ທາງ​ການ, ຕອ​ນ​ເຊົ້າ​ວັນ​ທີ 13/1, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ ຫງວຽນຟູ໋​ຈ້ອງ ໄດ້​ເ​ປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ປະ​ດັບ​ຫຼຽນ​ໄຊ​ມິດ​ຕະ​ພາບ, ເຊິ່ງ​ແມ່ນ​ຂອງ​ຂວັນ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ ຫວຽດ​ນາມ ​ມອບໃຫ້​ທ່ານ​ນາງ ຫຼີແສວຫຼີງ, ປະ​ທານ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ​ພົວ​ພັນ​ຕ່າງ​ປະ​ເທດ ປະ​ຊາ​ຊົນ​ຈ​ີນ.
        ຈາກນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ຈີນ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຈີນ - ຫວຽດ​ນາມ ໂດຍ​ທ່ານ​ນາງ ຫຼີແສວຫຼີງ ນຳ​ໜ້າ. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຕີ​ລາ​ຄາ​ສູງ​ສະ​ມາ​ຄົມ​ໃນ​ໄລ​ຍະ​ຜ່ານ​ມາ, ດ້ວຍ​ກາ​ນ​ເຄື່ອນ​ໄຫວຫຼາຍ​ຮູບຫຼາຍ​ແບບ, ອຸ​ດົມ​ສົມ​ບູນ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ.
        ສ່ວນ​ທ່ານ​ນາງ ຫຼີແສວຫຼີງ ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ​້​ຮັບຫຼຽນ​ໄຊ​ມິດ​ຕະ​ພາບ , ພ້ອມ​ທັງ​ຂອບ​ອົກ​ຂອບ​ໃຈ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ຈີນ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຈີນ - ຫວຽດ​ນາມ ມີ​ການ​ປະ​ກອ​ບ​ສ່ວນ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີ​ຜ່ານ​ມາ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top