• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢ້ຽມຢາມ ແລະ ເຮັດວຽກກັບຫ້ອງວ່າການສຳນັກງານປະທານປະເທດ

ຕອນບ່າຍວັນທີ 23 ຕຸລາ, ພາຍຫຼັງໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, 

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢ້ຽມຢາມ ແລະ ເຮັດວຽກກັບຫ້ອງວ່າການສຳນັກງານປະທານປະເທດ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫງວຽນຝູຈ້ອງ ໄດ້ມີການພົບປະໂອ້ລົມ ແລະ ເຮັດວຽກກັບຫ້ອງວ່າການສຳນັກງານປະທານປະເທດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ປາຖະໜາຢາກໄດ້ຮັບຄວາມຮ່ວມມື, ຊ່ວຍເຫຼືອຢ່າງຕັ້ງໜ້າ, ມີປະສິດທິຜົນ ຈາກຮອງປະທານປະເທດ ດັ້ງທິງັອກທິ້ງ, ຂອງການນຳ ແລະ ພະນັກງານ, ພາລະກອນຫ້ອງວ່າການທຸກຄົນ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດແລ້ວ, ສະພາບການຂອງປະເທດຊາດທີ່ຈະມາເຖິງ, ຄຽງຄູ່ກັບຂໍ້ສະດວກທີ່ເປັນພື້ນຖານແລ້ວ, ກໍ່ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ວຽກງານນຳພາຂອງພັກ, ລັດ ຈະນັບມື້ນັບໜັກໜ່ວງກວ່າ, ຄວາມຮຽກຮ້ອງຕ້ອງການນັບມື້ນັບສູງກວ່າຮີບດ່ວນກວ່າ. ສະນັ້ນ, ວຽກງານທີ່ຈະມາເຖິງຂອງປະທານປະເທດ, ຮອງປະທານປະເທດ, ຂອງຫ້ອງວ່າການຈະໜັກໜາຫຼາຍຂຶ້ນ, ພະນັກງານ ພາລະກອນຫ້ອງວ່າການປະທານປະເທດ ຕ້ອງພະຍາຍາມໃຫ້ຫຼາຍກ່ວາອີກ ຈຶ່ງສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ພາລະໜ້າທີ່.

ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າຫ້ອງວ່າການສຳນັກງານປະທານປະເທດ ຈະສືບຕໍ່ສາມັກຄີ, ຍົກສູງນ້ຳໃຈຮັບຜິດຊອບ, ມີຫົວຄິດປະດິດສ້າງ, ສຸດຈິດສຸດໃຈ, ມີຄວາມຮອບຄອບ, ສູ້ຊົນປະຕິບັດ ບັນດາພາລະບົດບາດ, ໜ້າທີ່ຫຼັກຂອງຕົນເປັນຢ່າງດີ ນັ້ນແມ່ນການຄົ້ນຄວ້າ, ເປັນເສນາທິການ, ຮັບໃຊ້ປະທານປະເທດ, ຮອງປະທານປະເທດ ໃນການປະຕິບັດໜ້າທີ່, ສິດອຳນາດ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top