• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ແລກ​ປ່ຽນບົດ​ຮຽນ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

ຕອນຄ່ຳວັນທີ 01 ກໍລະກົດ, ທີ່ສຳນັກງານກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ), ທ່ານພົນໂທ ຫງວຽນຈີີ໊ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມີການໂອ້ລົມທາງໂທລະສັບກັບທ່ານ David F.Helvey, ຮັກສາການຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ.

ຈຸດຖ່າຍທອດສົດຢູ່ຫວຽດນາມ (ພາບ: qdnd.vn)

ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19ຂອງສອງປະເທດ, ພ້ອມກັນແບ່ງປັນບັນດາຄວາມຫຍຸ້ງຍາກເຊິ່ງສອງປະເທດພວມປະເຊີນໜ້າ, ພ້ອມທັງສະແດງຄວາມຂອບໃຈຕໍ່ການໜູນຊ່ວຍເຊິ່ງກັນ ແລະ ກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19ໃນໄລຍະຜ່ານມາ; ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບບັນຫານີ້.

ກ່ຽວກັບການພົວພັນສອງຝ່າຍ, ສອງຝ່າຍເຫັນດີໃນໄລຍະຈະມາເຖິງຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ເໝະສົມກັບການພົວພັນລວມ, ໃນນັ້ນໃຫ້ບຸລິມະສິດຂົງເຂດແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ແລະ ຮັກສາສັນຕິພາບສະຫະປະຊາຊາດ.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ, ໃນໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຫັນດີການຕໍ່ເຄົາລົບກົດໝາຍສາກົນໃນການແກ້ໄຂການຂັດແຍ້ງກັນແມ່ນມາດຕະການສຳຄັນປະກອບສ່ວນໃຫ້ແກ່ການກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ພັດທະນາລວມຂອງພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

Top