• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ

      ວັນທີ 12 ສິງຫາ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ສປປລາວ ປະຈຳ ຫວຽດນາມ ພ້ອມກັບຄະນະປະຕິບັດງານສະພາແຫ່ງຊາດ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ

 ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ
ເຮັດວຽກກັບການນຳແຂວງ ຮ່ວາບີ່ງ (ພາບ: baohoabinh.com.vn)
      ໄດ້ມາຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ສະຖານທີ່ອົບຮົມດ້ານການເມືອງ ແລະ ຈັດຕັ້ງກອງປະຊຸມໃຫຍ່ກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກປະຊາຊົນ ປະຕິວັດລາວ ຢູ່ ຮ່ວາບິ່ງ. ນະທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ, ແຂວງ ຮ່ວາບິ່ງ ໄດ້ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການເພີ່ມພູນຄູນສ້າງ, ເອົາໃຈໃສ່ເບິ່ງແຍງເຖິງນ້ຳໃຈມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນໄດ້ອະນຸລັກຮັກສາເຂດປູຊະນີຍະສະຖານນີ້, ເຊິ່ງແມ່ນສະຖານທີ່ແດງ, ແມ່ນພະຍານຫຼັກຖານແຫ່ງສາຍພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານນາງຮອງປະທານສະພາແຫ່ງຊາດສະເໜີ ສະມາຄົມມິດຕະພາບ ຫວຽດນາມ - ລາວ ສົມທົບກັບບັນດາແຂວງ ຮ່ວາບິ່ງ, ເຊີນລາ, ຟູ໋ທໍ້, ເຊິ່ງແມ່ນບັນດາແຫ່ງທີ່ມີເຫດການ, ຂີດໝາຍທີ່ສຳຄັນລະຫວ່າງພັກ, ລັດ, ກອງທັບ ສອງປະເທດ ເພື່ອຕ້ອນຮັບບັນດາຄະນະຜູ້ແທນຂອງປະເທດເພື່ອນ ລາວ ມາຢ້ຽມຢາມ, ຊອກຮູ້ປະຫວັດສາດໃຫ້ຫຼາຍກວ່າອີກ… ແນໃສ່ໂຄສະນາ, ສຶກສາມູນເຊື້ອແຫ່ງຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top