• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປົ້າໝາຍ​ທີ່​ກ່ຽວຂ້ອງ​ເຖິງ​​ເຊື້ອ​ພະຍາດ​ໂຄ​ວິດ - 19 ຢູ່​ດ່າໜັງ ​ແມ່ນ​ບໍ່​ປະ​ໃຫ້​ລອດ​ໄປ​ໄດ້

ວັນທີ 01 ສິງຫາ, ກະຊວງສາທາລະນະສຸກ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບການ ຍົກສູງກໍາລັງຄວາມສາມາດດ້ານວິຊາສະເພາະໃຫ້ແກ່ບັນດາຮາກຖານກວດ ແລະ ປິ່ນປົວພະຍາດໃນວຽກງານຮັບ, ຄຸ້ມຄອງ ແລະ ປິ່ນປົວໃຫ້ແກ່ຄົນເຈັບທີ່ຕິດເຊື້ອໂຄວິດ - 19 ໂດຍມີການເຊື່ອມຕໍ່ກັບ 700 ສະຖານທີ່ຢູ່ 63 ແຂວງ, ນະຄອນ, ເມືອງ, ຕາແສງໃນທົ່ວປະເທດ.

ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນແທັ່ງລອງ, ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ (ພາບ:TTXVN)

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນແທັ່ງລອງ, ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເມື່ອກວດພົບກໍລະນີຕິດເຊື້ອຄົນທໍາອິດຢູ່ດ່າໜັງ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຕີລາຄາວ່າ ສະພາບການໂລກລະບາດໂຄວິດ - 19 ຄັ້ງນີ້ແມ່ນມີຄວາມສັບສົນຫຼາຍກວ່າ, ຕ້ອງຮັບມືຕອບສະໜອງໃຫ້ໄວ ແລະ ຮີບດ່ວນກວ່າ. ຈຸດໃຈກາງຂອງໂລກລະບາດໃນຄັ້ງນີ້ແມ່ນຢູ່ໂຮງໝໍ 03 ແຫ່ງຂອງດ່າໜັງ, ຕົ້ນຕໍແມ່ນໂຮງໝໍດ່າໜັງ.

        ດ້ວຍຄວາມຕັດສິນໃຈສະກັດກັ້ນ ແລະ ຫຼຸດຜ່ອນກໍລະນີເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ດ່າໜັງໃຫ້ຢູ່ໃນລະດັບຕໍ່າສຸດ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການເຄື່ອນໄຫວຢ່າງຂ້ຽວຂາດ, ສ້າງຕັ້ງພາກສ່ວນປະຈໍາການພິເສດຂອງກະຊວງ ໄປປະຕິບັດງານຕັ້ງດ່ານສະກັດກັ້ນຢູ່ດ່າໜັງ ເພື່ອຊີ້ນໍາວຽກງານຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບສະພາບການຂອງໂລກລະບາດໂຄວິດ - 19. ກະຊວງສາທາລະນະສຸກ ກໍໄດ້ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆສ້າງບັນຊີລາຍຊື່, ຕິດຕາມກວດກາເຝົ້າລະວັງອາການສຸຂະພາບຂອງບັນດາເປົ້າໝາຍດ່ັງກ່າວ, ພ້ອມທັງສົ່ງຂໍ້ຄວາມຕັກເຕືອນ, ແນະນໍາໃຫ້ເຂົາເຈົ້າຕິດຕາມອາການສຸຂະພາບ, ຕິດຕໍ່ກັບອົງການສາທາລະນະສຸກທ້ອງຖິ່ນ ເພື່ອໄດ້ຮັບຄໍາປຶກສາ, ຕິດຕາມກວດກາ ແລະ ກວດ, ວິໄຈຫາເຊື້ອໂຄວິດ - 19 ໃນກໍລະນີທີ່ຈໍາເປັນ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ຝ​ລັ່ງ ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແລະ ຝ​ລັ່ງ ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ​ຈິ້ງ​ດຶກ​ຫ໋າຍ ​ສະ​ເໜີນ ທ່ານ Michel Criaud ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ສົມ​ຫັບ​ຂອບ​ຂະ​ໜາດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ.

Top