• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດ ກິລາບານເຕະ ຫວຽດນາມ ລອດເຂົ້າຮອບຊິງຊະນະເລີດ ASIAD

ດ້ວຍໄຊຊະນະທີ່ເປັນປະຫວັດສາດນີ້, ເປັນຄັ້ງທຳອິດທິມບານເຕະ Olympic ຫວຽດນາມ ໄດ້ເຂົ້າໄປໃນຮອບຮອງຊະນະເລີດປະເພດກິລາບານເຕະຂອງ ASIAD 18 ພົບກັບທິມບານເຕະ Olympic ສ ເກົາຫຼີ.

ນັກກິລາບານເຕະ ຫວຽດນາມ ທີ່ ASIAD 2018

ຕອນຄ່ຳວັນທີ 27 ສິງຫາ, ທິມບານເຕະຊາຍ U23 ຫວຽດນາມ ຍາດໄດ້ໄຊຊະນະ 1 ປະຕູຕໍ່ 0 ກັບ Olympic ຊີຣີ ໃນກ່ອນຮອບຮອງຊະນະເລີດ ປະເພດກິລາບານເຕະ ASIAD 18. ດ້ວຍໄຊຊະນະທີ່ເປັນປະຫວັດສາດນີ້, ເປັນຄັ້ງທຳອິດທິມບານເຕະ Olympic ຫວຽດນາມ ໄດ້ເຂົ້າໄປໃນຮອບຮອງຊະນະເລີດປະເພດກິລາບານເຕະຂອງ ASIAD 18 ພົບກັບທິມບານເຕະ Olympic ສ ເກົາຫຼີ. ພາຍຫຼັງນັດແຂ່ງຂັນ, ກອງກາງ ຫງວຽນກວາງຫາຍ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເອງ ແລະ ສະມາຊິກໃນທິມທັງໝົດຮູ້ສຶກວ່າມີຄວາມສຸກທີ່ສຸດຍ້ອນໄຊຊະນະນີ້ ແລະ ນີ້ແມ່ນນັດແຂ່ງຂັນເຊິ່ງສະມາຊິກທັງໝົດໄດ້ມານະພະຍາຍາມຈົນຈຸດຄວາມສາມາດຂອງຕົນ, ນຳມາເຊິ່ງຄວາມເບິກບານມ່ວນຊື່ນໃຫ້ແກ່ແຟນບານ.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຍ້ອງຍໍຊົມເຊີຍຫົວໜ້າຄະນະຄູຝຶກ Park Hang Seo, ຄະນະຄູຝຶກ ແລະ ສະມາຊິກທັງໝົດຂອງທິມບານເຕະ Olympic ຫວຽດນາມ. ຜ່ານວິທະຍຸກະຈາຍສຽງ ຫວຽດນາມ, ໂທລະພາບ ຫວຽດນາມ, ໂທລະພາບດີຈີຕອນ VTC, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ສົ່ງຄຳອວຍພອນ ແລະ ສະແດງຄວາມດີໃຈເຖິງຄະນະຄູ່ຝຶກ ແລະ ບັນດານັກກິລາບານເຕະ ຫວຽດນາມ. ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຕົກລົງມອບລາງວັນເປັນຈຳນວນເງິນ 500 ລ້ານດົ່ງ ໃຫ້ທິມ Olympic ຫວຽດນາມ ຍ້ອນໄດ້ລອດເຂົ້າຮອບຮອງຊະນະເລີດປະເພດກິລາບານເຕະຊາຍ ASIAD 18.

        ກໍ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ສື່ມວນຊົນສາກົນໄດ້ຍ້ອງຍໍຊົມເຊີຍຜົນງານຂອງທິມ ບານເຕະຊາຍ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top