• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຈອດການເດີນທາງຕ້ອນຮັບບຸນເຕັດ2017ຢູ່ສະຫະພັນລັດເຊຍ

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອງ​ນັກ​ສຶກ​ສ​າ ຫວຽດ​ນາມ ຢູ່ ມົດ​ສ​ກູ
          ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ ລະ​ກາ 2017, ວັນ​ທີ 30/1, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ ລັດ​ເຊຍ ທີ່​ມີ​ຊື່​ວ່າ A.Pushkin ຢູ່​ນະ​ຄອນຫຼວງ ມົດ​ສ​ກູ ໄດ້​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສີ​ລະ​ປະ “ບຸນ​ເຕັດ 2017 - ການ​ເດີນ​ທາງ​ກັບ​ເມືອ​ບ້ານ”, ໄດ້​ເຕົ້າ​ໂຮມ​ບັນ​ດາ​ລາຍ​ການ​ສະ​ແດງ​ສີລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສ​​ະເພາະ​ຂອງວັດ​ທະ​ນະ​ທຳ 3 ພາກ​ຂອງ ຫວຽດ​ນາມ. ລາຍ​ການ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂ​ອງ​​ຄະ​ນະ​ອຳ​ນວຍ​ການໂຮງ​ຮຽນ, ກໍ່​ຄື​ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ແລະ ຕ່າງ​ປະ​ເທດ​ທີ່​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ນັບ​ສິບ​ແຫ່ງ​ຢູ່ ມົດ​ສ​ກູ. ບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ໄດ້​ແນະ​ນຳ​​ໃຫ້​ຄູ​ອາ​ຈານ ແລະ ເພື​່ອນ​ມິດ​ສາ​ກົນຮັບ​ຊາບ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ຂອງ ຫວຽດ​ນາມ ຈາກ​ພາກ​ເໜືອ ຕະຫຼອດ​ຮອ​ດ​ພາກ​ໃຕ້, ດ້ວຍ​ຫົວ​ຂໍ​້ “ບຸນ​ປີ​ໃໝ່​ປະ​ຈຳ​ຊາດ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top