• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂົ້າຮ່ວມບັນຍາກາດວັດທະນະທຳໄຕບັກຢູ່ຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ


(ພາບປະກອບ)

      ວັນ​ທີ 04/02 ລາ​ຍການ “ລະດູບານ​ໃໝ່​ປີ​ລະກາ 2017 - ສີສັນ​ວັດທະນະທຳ ​ເຊີນ​ລາ” ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ແນະນຳຄວາມ​ງາມ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ ​ໄຕ​ບັກ. ລາຍການ​ໂດຍ​ຫໍພິພິດທະພັນ​ຊົນ​ເຜົ່າ​ສາດ ຫວຽດນາມ ສົມທົບ​ກັບ​ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ເຊີນ​ລາ ຈັດ​ຕັ້ງ, ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ອຸດົມ​ສົມ​ບຸນ​ຄື: ສະ​ແດງຟ້ອນ​ແຊ​​ຂອງ​ຊາວ​ເຜົ່າ​ຜູ້​ໄທ, ຂັບ​ເຕີມ​ຕັງ​ບູຂອງ​ຊາວ​ເຜົ່າ​ກຶມ​ມຸ, ຂັບກ້ຽວຂອງ​ຊາວ​ເຜົ່າ​ຜູ້​ໄທ, ມົງ, ກຶມ​ມຸ. ນີ້​ແມ່ນ​ໂອກ​າດ ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ຊອກ​ຮູ້​ກ່ຽວ​ກັບ​ຄຸນຄ່າ​ຂອງ​ບາງ​ຮູບ​ການ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ບັນດາ​ປະຊາ​ຄົມ​ບັນດາ​ເຜົ່າ, ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ກັບ​ຊາວ​ເຜົ່າ ​ເພື່ອມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທຳ​ອັນ​ລ້ຳ​ຄ່າ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ແຂວງ ​ເຊີນ​ລາ. ​ເຂົ້າ​ຮ່ວມ​ລາຍການ ຍັງ​ມີ​​ບັນດາ​ນັກ​ສິລະ​ປະ​ທີ່​ມາ​ຈາກແຂວງ ບັກ​ນີງ, ຫາຍ​ເຢືອງ, ຮ່າ​ໂນ້ຍ…
 (ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top