
2 ຝ່າຍໄດ້ລົງນາມໃນບົດບັນທຶກຜັນຂະຫຍາຍຂໍ້ຕົກລົງການຮ່ວມມືໃນໄລຍະ 2018 – 2020
ຄະນະຜູ້ແທນສາສະໜາລັດຖະບານ ຫວຽດນາມ ໂດຍທ່ານ ຫວູຈຽນຖັ໋ງ ຫົວໜ້າຄະນະສາສະໜາລັດຖະບານເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນສູນກາງແນວລາວສ້າງຊາດໂດຍທ່ານຮອງປະທານສູນກາງແນວລາວສ້າງຊາດ ຈັນທະວົງ ແສນອາມາດມົນຕີ ເປັນຫົວໜ້າຄະນະ.
ທີ່ການເຈລະຈາ, ທ່ານຫວູຈຽນຖັ້ງ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດມີຫລາຍສາສະໜາ, ລັດ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍ ເພື່ອຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດຖື ຫຼື ບໍ່ຖືສາສະໜາ ຂອງປະຊາຊົນທຸກຄົນ, ປະຕິບັດສິດສະເໝີພາບ ແລະ ຄວາມສາມັກຄີບັນດາສາສະໜາ; ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວສາສະໜາ ເພື່ອໃຫ້ບັນດາສາສະໜາໄດ້ດຳລົງຊີວິດດ້ວຍຄວາມປອງດອງ, ສາມັກຄີກັນ.ໃນຂະນະນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ຈັນທະວົງ ແສນອາມາດມົນຕີ ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ໃນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ແລະ ຄະນະສາສະໜາລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ. ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຜັນຂະຫຍາຍຂໍ້ຕົກລົງການຮ່ວມມືໃນໄລຍະ 2018 – 2020.
(ແຫຼ່ງຄັດຈາກ VOV)