• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມສຸດຍອດ GMS 6 ແລະກອງປະຊຸມສຸດຍອດ CLV 10

ບັນດາກຳລັງປ້ອງກັນຄວາມສະຫງົບຕ້ອງເປັນເຈົ້າການສົບທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ,  ຍົກສູງສະຕິລະວັງຕົວ, ກະກຽມເງື່ອນໄຂດີທີ່ສຸດເພື່ອຮັບໃຊ້ບັນດາລາຍການຂອງກອງປະຊຸມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກວດກາຄືນວຽກງານການກະກຽມກອງປະຊຸມ ສຸດຍອດ GMS 6
ແລະ CLV 10. (ພາບ:VGP) 

ຕອນຄ່ຳວັນທີ 27 ມີນາ, ທີ່ຫໍປະຊຸມແຫ່ງຊາດ ຮ່າໂນ້ຍ (ຫວຽດນາມ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານຊ້ອມການກະກຽມໃຫ້ແກ່ກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 6 ແລະ ກອງປະຊຸມສຸດຍອດການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 10 ເຊິ່ງຈະໄດ້ດຳເນີນໃນລະຫວ່າງວັນທີ 29 – 31 ມີນາ.

        ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນ ເຖິງຄວາມສຳຄັນຂອງສອງເຫດການຫຼາຍຝ່າຍຂະໜາດໃຫຍ່ທີ່ໄດ້ຈັດຕັ້ງຢູ່ຫວຽດນາມໃນປີ 2018, ພ້ອມທັງສະເໜີໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບ ສ້າງແຜນງານກ່ຽວກັບການເປີດທາງການຈາລະຈອນໃຫ້ລະອຽດ, ຮັບປະກັນຄວາມປອດໄພໃຫ້ແກ່ຍານພາຫະນະຮັບໃຊ້ກອງປະຊຸມ ແລະ ບັນດາລາຍການເຄື່ອນໄຫວຢູ່ນອກກອງປະຊຸມ. ບັນດາກຳລັງປ້ອງກັນຄວາມສະຫງົບຕ້ອງເປັນເຈົ້າການສົບທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ,  ຍົກສູງສະຕິລະວັງຕົວ, ກະກຽມເງື່ອນໄຂດີທີ່ສຸດເພື່ອຮັບໃຊ້ບັນດາລາຍການຂອງກອງປະຊຸມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ສະເໜີໃຫ້ບັນດາອະນຸກຳມະການ, ຄະນະເລຂາ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ສຸມໃສ່ວຽກງານບຸລິມະສິດ, ກະກຽມບັນດາວິທີການຈັດຕັ້ງ, ການຕ້ອນຮັບ, ສື່ມວນຊົນ, ພະລາທິການ, ການປ້ອງກັນຄວາມສະຫງົບ, ສາທາລະນະສຸກ ແລະ ບັນດາວີທີການສຳຮອງອື່ນໆ ໃຫ້ຮອບຄອບຖີ່ຖ້ວນ, ຮັບປະກັນໃຫ້ບັນດາການເຄື່ອນໄຫວໄດ້ດຳເນີນໄປຢ່າງລຸລ່ວງ, ສະຫງ່າຜ່າເຜີຍ, ປອດໄພ, ຕອບສະໜອງໄດ້ບັນດາມາດຕະຖານຕາມທຳນຽມຂອງບັນດາກອງປະຊຸມສຸດຍອດ GMS ແລະ ກອງປະຊຸມສຸດຍອດ CLV ບົນພື້ນຖານຄວາມສະຫງ່າຜ່າເຜີຍ, ມີປະສິດທິຜົນ ແລະ ປະຢັດມັດທະຍັດ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top