• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົດສະຕາລີຕີ ລາຄາສູງຄວາມສາມາດບົ່ມຊ້ອນ ຂອງຕະຫລາດຫວຽດນາມ

ພາບ​ປະ​ກອບ:tinngan.vn
          ວັນ​ທີ 22/2, ສຳ​ນັກ​ຂ່າວ​ສານ ອົດ​ສະ​ຕາ​ລີ (AAP) ໃຫ້​ຮູ້​ວ່າ: ບັນ​ດາ​ເຈົ້າ​ຫນ້າ​ທີ່​ການ​ຄ້າ​ປະ​ເທດນີ້ ພວມ​ຮຽກ​ຮ້ອງ​ບັນ​ດາ​ນັກ​ສົ່ງ​ອອກ​ອາ​ຫານ ຈົ່ງ​ຍູ້​ແຮງ​ການ​ສົ່ງ​ເສີມ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ຢູ່ ຫວຽດ​ນາມ ເພື່ອ​ຍາດ​ທ່າ​ໄດ້​ປຽບ​ຕະ​ຫລາດ​ທີ່​ພວມ​ພັດ​ທະ​ນານີ້. ຕ​າມ​ການ​ສັງ​ເກດ​ຂອງ​ທ່ານ​ນາງ Janelle Casey, ຜູ້​ຮັກ​ສາ​ການ ກຳ​ມະ​ການ​ການ​ຄ້າ​ຂັ້ນ​ສູງ​ຂອງ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ຫວຽດ​ນາມ ແລ້ວ, ບັນ​ດາ​ບໍ​ລິ​ສັດ​ຂາຍ​ຍ່ອຍ ແລະ ຂາຍ​ຍົກ ຢູ່ ຫວຽດ​ນາມ ພວມ​ຕ້ອງ​ການ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສາ​ກົນ​ທີ່​ມີ​ຄຸນ​ນະ​ພາບ​ສູງ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ. ທ່ານ​ນາງ Casey ໃຫ້​ຮູ້​ວ່າ: ບັນ​ດາ​ຮ້ານ​ຄ້າ ແລະ ບໍ​ລິ​ສັດ​ນຳ​ເຂົ້າ​ຫວຽດ​ນາມ ຢາກ​ໄດ້​ສຳ​ຜັດ​ກັບ​ນ້ຳ​ດື່ມ​ປະ​ເພດ​ຕ່າງໆ​ ແລະ ອາ​ຫານ​ລ້ຽງ​ປູກ​ຢູ່ ອົດ​ສະ​ຕາ​ລີ. ປະ​ຈຸ​ບັນ ບັນ​ດາ​ຜະ​ລິດ​ຕະ​ພັນ​ດັ່ງ​ກ່າວ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຫວຽດ​ນາມ ຍ້ອນ​ຄຸນ​ນະ​ພາບ​ສູງ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ແລ້ວ, ອົດ​ສະ​ຕາ​ລີ ກາຍ​ເປັນ​ຕະ​ຫລາດ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ ໃນ​ການ​ສົ່ງ​ອອກ​ໂທ​ລະ​ສັບ​ມື​ຖື ພວມ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນກວ່າ 30% ໃນ​ປີ 2015.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top