• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງ​ການ​ກວດ​​ກາ​ລັດ​ຖະ​ບານ​ສຸມ​ໃສ່​ກວດ​ກາ​ບັນ​ດາ​ຂອງ​ເຂດ​ທີ່ອາດ​ຈະ​ເກີດ​ການ​ສໍ້​ລາດ​ບັງຫຼວງ, ປະ​ກົດ​ການໄພ​ຫຍໍ້​ທໍ້​

ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ດ່ວານຮົ່ງຟອງ ຫົວໜ້າອົງການກວດກາລັດຖະບານ ໄດ້ເປັນປະທານຮ່ວມກອງປະຊຸມ.
ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນເຊົ້າວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີ່ວຽກງານ ປີ 2022. ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ດ່ວານຮົ່ງຟອງ ຫົວໜ້າອົງການກວດກາລັດຖະບານ ໄດ້ເປັນປະທານຮ່ວມກອງປະຊຸມ. ກອງປະຊຸມໄດ້ຈັດຕັ້ງຕາມຮູບແບບທາງໄກ ໂດຍມີການເຊື່ອມຕໍ່ໃນທົ່ວໃນປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີວ່າ ໃນໄລຍະຈະມາເຖິງ ຂະແໜງກວດກາຕ້ອງຄັດເລືອກບັນດາເນື້ອໃນ, ວຽກງານທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງ ທີ່ກ່ຽວຂ້ອງເຖິງ ການສໍ້ລາດບັງຫຼວງ, ມີປະກົດການໄພຫຍໍ້ທໍ້. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຊີແຈ້ງວ່າ:

ກ່ຽວກັບຂົງເຂດການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຂ້າພະເຈົ້າສະເໜີຕ້ອງສ້າງພື້ນຖານນິຕິກຳໃຫ້ສົມບູນແບບ ພິເສດແມ່ນບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການຄວບຄຸມຊັບສິນ, ລາຍຮັບ, ແຈ້ງຊັບສິນ. ໃນຖານຂໍ້ມູນກ່ຽວກັບຊັບສິນລາຍຮັບກໍ່ຕ້ອງມີການສົມທົບກັນລະຫວ່າງທຸກຂັ້ນ, ທຸກຂະແໜງການຕາມພາລະບົດບາດ, ຈຕ້ອງກຳໄດ້ ແລະ ແກ້ໄຂບັນດາກໍລະນີທີ່ມີສັນຍານສໍ້ລາດບັງຫຼວງ ໃນທຸກຂົງເຂດຢ່າງທັນການ. ຜ່ານນັ້ນເປັນເສນາທິການເພື່ອສະເໜີໃຫ້ລັດຖະບານ, ຫົວໜ້າບັນດາອົງການບໍລິຫານທຸກຂັ້ນເພື່ອປັບປຸງແກ້ໄຂ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top