• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ, ຈີນເຊື່ອມຕໍ່ການເຈລະຈາດ້ານການຄ້າຄືນໃໝ່ໃນເດືອນຕຸລາ

      ວັນທີ 5 ກັນຍາ, ບັນດາຫົວໜ້າຄະນະເຈລະຈາດ້ານການຄ້າຂອງຈີນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຈະດຳເນີນຮອບເຈລະຈາດ້ານການຄ້າ ແລະ ເສດຖະກິດຂັ້ນສູງຄັ້ງທີ່ 13 ໃນເດືອນ ຕຸລາ ຢູ່ ວໍຊິງຕັນ.

ການເຈລະຈາລະຫວ່າງ ອາເມລິກາ ແລະ ຈີນ ຢູ່ປັກກິ່ງ ໃນເດືອນ ກໍລະກົດທີ່ຜ່ານມາ (ພາບ: AFP)
      ກະຊວງການຄ້າຈີນ ໄດ້ອອກຖະແຫຼງການດັ່ງກ່າວພາຍຫຼັງການເຈລະຈາຜ່ານທາງໂທລະສັບລະຫວ່າງ ທ່ານ ລຽວເຄືອ  ຮອງນາຍົກລັດຖະມົນຕີຈີນແລະ ທ່ານ Robert Lighthizer ຕາງໜ້າການຄ້າ ອາເມລິກາ ພ້ອມກັບທ່ານ Steven Mnuchin ລັດຖະມົນຕີການເງິນ ອາເມລິກາ. ນອກຈາກນັ້ນ, ຍັງມີ ທ່ານ ຢີກາງ ຜູ້ວ່າການທະນາຄານປະຊາຊົນຈີນ (PBOC) ກໍ່ເຂົ້າຮ່ວມການເຈລະຈາຜ່ານທາງໂທລະສັບດັ່ງກ່າວ.
        ໃນການຈະລາຈາຜ່ານທາງໂທລະສັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບພ້ອມກັນຜັນຂະຫຍາຍບັນດາການກະທຳຢ່າງລະອຽດເພື່ອແນໃສ່ສ້າງເງື່ອນໄຂສະດວກໃນການຊຸກຍູ້ບັນດາການປຶກສາຫາລືສອງຝ່າຍ. ກ່ອນທີ່ຈະດຳເນີນການເຈລະຈາໃນເດືອນ ຕຸລາຈະມາເຖິງ, ຄະນະເຈລະຈາດ້ານການຄ້າສອງປະເທດຈະດຳເນີນການປຶກສາຫາລືໃນກາງເດືອນນີ້.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top