• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາມຸ່ງໄປເຖິງການຊຸກຍູ້ການພົວພັນກັບຫວຽດນາມໃນບັນດາຂົງເຂດເສດຖະກິດ,ການຄ້າແລະການປ້ອງກັນຄວາມສະຫງົບ

      ສານຕົ້ນຕໍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອເຂົ້າຮ່ວມ APEC ແລະ ຢ້ຽມຢາມ ຮ່າໂນ້ຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ແຕ່ວັນທີ 10-12 ພະຈິກ, ນັ້ນແມ່ນມຸ່ງໄປເຖິງການຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການປ້ອງກັນຄວາມສະຫງົບ. 

 ທ່ານປະທານາທິບໍດີ ອາເມລິກາ Donald Trump
      ນີ້ແມ່ນຂໍ້ມູນຂ່າວ ໂດຍພົນຕີ H.R.Mc Master ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ເປີດເຜີຍໃນການຕອບສຳພາດຕໍ່ບັນດາສຳນັກຂ່າວສານຂອງ 5 ປະເທດ ທີ່ທ່ານໄປຢ້ຽມຢາມຄື: ສຳນັກຂ່າວສານ ຫວຽດນາມ, ສຳນັກຂ່າວສານຊີນຮົວ, South China Morning Post, Kyodo, Ashi Shimbun, Yomiuri Shimbun, Yonhap ກ່ອນທີ່ຈະຕິດຕາມທ່ານປະທານາທິບໍດີ Donald Trump ໃນການຢ້ຽມຢາມບັນດາປະເທດໃນອາຊີ.
      ກ່ຽວກັບການເຂົ້າຮ່ວມ APEC ຢູ່ ດາຫນັງຂອງທ່ານ ປະທານາທິບໍດີ Donald Trump , ທ່ານ Mc Master ໃຫ້ຮູ້ວ່າ: ບົດປາໄສຂອງທ່ານ ປະທານາທິບໍດີ Donald Trump ທີ່ກອງປະຊຸມ APEC ຈະເນັ້ນຫນັກເຖິງສອງເສົາຄ້ຳ: ຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ວັດທະນາຖາວອນ, ຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບ.
      ກ່ຽວກັບການພົວພັນສອງຝ່າຍ ຫວຽດນາມ ແລະ ອາເມລິກາ, ທ່ານ Mc Master ໃຫ້ຮູ້ວ່າ: ສານຕົ້ນຕໍຂອງ ທ່ານ ປະທານາທິບໍດີ Donald Trump   ໃນການຢ້ຽມຢາມຮ່າໂນ້ຍ ແມ່ນມຸ່ງໄປເຖິງການຊຸກຍູ້ການພົວພັນກັບຫວຽດນາມ ໃນບັນດາຂົງເຂດ ເສດຖະກິດ, ການຄ້າ ແລະ ການຮ່ວມມືປ້ອງກັນຄວາມສະຫງົບ. 
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top