• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ 10 ປະເທດຄູ່ຮ່ວມມືຮັບຮອງເອົາບັນດາການກຳນົດທິດໃຫຍ່ພ້ອມກັບຮ່ວມມືພັດທະນາ

      ວັນທີ 6 ສິງຫາ, ຢູ່ປະເທດ ຟີລິບປິນ, ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +1 ກັບ 10 ປະເທດຄູ່ຮ່ວມມື (PMC+1). 
      
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ຜູ້ທີສອງເບື້ອງຂວາ)
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ທີ່ກອງປະຊຸມ, ລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ 10 ປະເທດຄູ່ຮ່ວມມືໄດ້ທົບທວນຄືນການພົວພັນໃນປີ, ຮັບຮອງເອົາບັນດາການກຳນົດທິດໃຫຍ່ໃຫ້ແກ່ການຮ່ວມມືໃນໄລຍະຕໍ່ໄປ. ບັນດາປະເທດເອົາໃຈໃສ່ເປັນພິເສດເຖິງບາງຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່, ຮັດແຄບຊ່ອງຫວ່າງການພັດທະນາ… ກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ບັນດາລັດຖະມົນຕີການຕ່າງປະເທດໄດ້ແລກປ່ຽນກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ໃນນັ້ນມີສະພາບການໃນແຫຼມ ເກົາຫຼີ, ທະເລຕາເວັນອອກ, ການກໍ່ການຮ້າຍ, ການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ພ້ອມທັງເນັ້ນໜັກວ່າຄວນສົມທົບຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການຮ່ວມມືເພື່ອພ້ອມກັນແກ້ໄຂບັນດາບັນຫາແມ່ນຄວາມສົນໃຈລວມ. ບັນດາລັດຖະມົນຕີ ຢືນຢັນວ່າ: ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກແມ່ນຜົນປະໂຫຍດລວມ, ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ຊຸກຍູ້ສືບຕໍ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຊົມເຊີຍເລື່ອງ ອາຊຽນ ແລະ ຈີນ ເຫັນດີຮັບຮອງເອົາຮ່າງກົດແຫ່ງການປະພຶດບັນດາຝ່າຍຢູ່ທະເລຕາເວັນອອກ (COC).
        ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ນຳໜ້າເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບຄຳເຫັນໃນບັນດາບັນຫາໄດ້ນຳມາແລກປ່ຽນທີ່ກອງປະຊຸມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ຍົກອອກບັນດາຂໍ້ສະເໜີຢ່າງລະອຽດ ເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ການຮ່ວມມືເລິກເຊິ່ງກ່ວາອີກ, ບົນພື້ນຖານເສີມຂະຫຍາຍທ່າແຮງຂອງແຕ່ລະຄູ່ຮ່ວມມື, ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດ ອາຊຽນ…
 (ແຫຼ່ງຄັດຈາກ VOV)
 

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ Hormuz.

Top