• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ສ.ເກົາຫຼີສົມທົບກັນສ້າງເຄືອຂ່າຍນັກຊ່ຽວຊານໃນຂົງເຂດການທູດ ແລະຄວາມໝັ້ນຄົງ

      ກະຊວງການຕ່າງປະເທດສ.ເກົາຫຼີໄດ້ແຈ້ງວ່າ ການໂອ້ລົມສົນທະນາຍຸດຖະສາດສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສ.ເກົາຫຼີຄັ້ງທີ 2 ໂດຍມີການເຂົ້າຮ່ວມຂອງບັນດາອົງການທີ່ປຶກສາດ້ານຄວາມໝັ້ນຄົງ ແລະ ການທູດຈະດຳເນີນໃນວັນທີ 6 ຕຸລາຈະມາເຖິງ. 

ອາຊຽນ ແລະ ສ.ເກົາຫຼີສົມທົບກັນສ້າງເຄືອຂ່າຍນັກຊ່ຽວຊານໃນຂົງເຂດການທູດ ແລະຄວາມໝັ້ນຄົງ (ພາບ: dangcongsan.vn)
      ເຫດການດັ່ງກ່າວດ້ວຍເປົ້າໝາຍສ້າງເຄືອຂ່າຍນັກຊ່ຽວຊານໃນຂົງເຂດການທູດ ແລະ ຄວາມໝັ້ນຄົງ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ, ກໍ່ຄືເພີ່ມທະວີການເຄື່ອນໄຫວທາງການທູດມະຫາຊົນ ໂດຍສະຖາບັນພົວພັນຕ່າງປະເທດ ສ.ເກົາຫຼີ ແລະ ສະຖາບັນການພົວພັນຕ່າງປະເທດ ຫວຽດນາມ ເປັນປະທານຮ່ວມ.ຍ້ອນໂລກລະບາດ Covid – 19 ດັ່ງນັ້ນເຫດການນີ້ໄດ້ດຳເນີນຕາມຮູບການທາງອອນລາຍ ແລະ ພົບປະກັນໂດຍກົງ. ໃນການໂອ້ລົມສົນທະນານີ້, ບັນດານັກຊ່ຽວຊານສ.ເກົາຫຼີ ແລະ  ອາຊຽນຈະຕີລາຄາແງ່ຫວັງສະພາບແວດ້ລອມຍຸດທະສາດໃນພາກພື້ນ ໃນສະພາບການຄວາມແກ້ງແຍ່ງຍຸດທະສາດລະຫວ່າງ ອາເມລິກາ - ຈີນເພີ່ມຂຶ້ນ ແລະ ການແຜ່ລະບາດຂອງໂລກລະບາດ Covid – 19.  ການໂອ້ລົມສົນທະນາກໍ່ຈະປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄືທິດທາງປະຕິບັດ ແລະ ບັນດາມາດຕະການເພີ່ມທະວີການຮ່ວມມືສ.ເກົາຫຼີ - ອາຊຽນໃນ ອະນາຄົດ.
 (ແຫຼ່ງຄັດຈາກ VOV)
 

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top