• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ສະແດງຄວາມຜິດຫວັງກ່ຽວກັບຄຳໝັ້ນສັນຍາສັນຕິພາບຂອງກອງທັບມຽນມາ

ບັນດາປະເທດອາຊຽນ ໄດ້ສະແດງຄວາມຜິດຫວັງກ່ຽວກັບຄຳໝັ້ນສັນຍາຂອງອຳນາດການປົກຄອງການທະຫານ ມຽນມາ ທີ່ມີຕໍ່ແຜນການສັນຕິພາບເຊິ່ງ ອາຊຽນ ໄດ້ເປັນເອກະພາບຮັບຮອງເອົາແລ້ວ.
ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ແລະ ທູດພິເສດຂອງກຸ່ມ.
(ພາບ: Twitter ລັດຖະມົນຕີ Retno Marsudi)

ວັນທີ 04 ຕຸລາ, ບັນດາປະເທດອາຊຽນ ໄດ້ສະແດງຄວາມຜິດຫວັງກ່ຽວກັບຄຳໝັ້ນສັນຍາຂອງອຳນາດການປົກຄອງການທະຫານ ມຽນມາ ທີ່ມີຕໍ່ແຜນການສັນຕິພາບເຊິ່ງ ອາຊຽນ ໄດ້ເປັນເອກະພາບຮັບຮອງເອົາແລ້ວ. ທີ່ການຖະແຫຼງຂ່າວພາຍຫຼັງການພົບປະແບບທາງໄກຂອງບັນດາລັດຖະມົນຕີ ອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນສູງອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈະດຳເນີນໃນລະຫວ່າງວັນທີ 26 – 28 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ຖືວ່າ, ຮອດເວລາແລ້ວເພື່ອໃຫ້ບັນດາລັດຖະມົນຕີການຕ່າງປະເທດ ຕ້ອງລາຍງານສະພາບການນີ້ກັບການນຳ ອາຊຽນ 9 ທ່ານ, ເພື່ອຍົກອອກການກຳນົດທິດໃຫ້ແກ່ການເຂົ້າຮ່ວມຂອງ ອາຊຽນ ສຳລັບ ມຽນມາ, ພິເສດແມ່ນຢູ່ບັນດາກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 38 ແລະ 39 ຈະມາເຖິງນີ້.

        ທີ່ການປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ກະຕຸກຊຸກຍູ້ສະພາບໍລິຫານແຫ່ງລັດ (SAC) ມຽນມາ ຈົ່ງຮ່ວມມືກັນເພື່ອແກ້ໄຂບັນຫາດັ່ງກ່າວ. ໃນຖະແຫຼ່ງການໜຶ່ງຢູ່ສື່ສັງຄົມອອນລາຍ Twitter, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah ໄດ້ກ່າວເຕືອນ ມຽນມາ ອາດຈະຖືກປັດເຂ່ຍອອກຈາກກອງປະຊຸມຂັ້ນສູງ ອາຊຽນ ຖ້າຫາກປະຕິເສດການຮ່ວມມືກັບທູດພິເສດຂອງກຸ່ມ ໃນການແກ້ໄຂວິກິດການໃນປະຈຸບັນ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top