• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ-ຈີນ ຢືນຢັນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ

      ບັນດາລັດຖະມົນຕີໄດ້ຊົມເຊີຍຄວາມມານະພະຍາຍາມເຊື່ອມຕໍ່ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ລວມທັງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ
ກອງປະຊຸມທາງອອນລາຍລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ - ຈີນ
(ພາບ: ກະຊວງການຕ່າງປະເທດ)
      ຕອນເຊົ້າວັນທີ 03 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ - ຈີນ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີສືບຕໍ່ໃຫ້ບຸລິມະສິດຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ພ້ອມທັງໜູນຊ່ວຍເຊິ່ງກັນ ແລະ ກັນຍູ້ແຮງບັນດາຄວາມານະພະຍາຍາມຟື້ນຟູແບບຍືນຍົງ. ບັນດາລັດຖະມົນຕີໄດ້ຊົມເຊີຍຄວາມມານະພະຍາຍາມເຊື່ອມຕໍ່ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ລວມທັງກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ກ່ຽວກັບການຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 19 ໃນວັນທີ 07 ມິຖຸນາ 2021 ຢູ່ ຈີນ. ບັນດາລັດຖະມົນຕີໃຫ້ຄຳໝັ້ນສັນຍາປະຈິບັດ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ຊຸກຍູ້ການເຈລະຈາສ້າງ COC ຢ່າງມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ ແລະ  UNCLOS 1982.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ, ບັນດາຝ່າຍຄວນສະແດງໃຫ້ເຫັນເຈດຕະນາດີໃນການຮ່ວມມື, ມີການກະທຳໂດຍມີຄວາມຮັບຜິດຊອບ, ພ້ອມກັນມຸ່ງໄປເຖິງການສ້າງທະເລຕາເວັນອອກ ໃຫ້ມີສັນຕິພາບ, ສະຖຽນລະພາບ, ໝັ້ນຄົງ, ປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມ; ບັນດາຝ່າຍຄວນເຄົາລົບກົດໝາຍ, ແກ້ໄຂບັນດາການຂັດແຍ້ງກັນ ແລະ ຄວາມແຕກຕົນກັນຜ່ານບັນດາມາດຕະການໂດຍສັນຕິວິທີ; ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດອາຊຽນ ແລະ ຈີນ ສືບຕໍ່ຜັນຂະຫຍາຍ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຊົມເຊີຍເລື່ອງເຊື່ອມຕໍ່ການເຈລະຈາ COC ຄືນໃໝ່…
 (ແຫຼ່ງຄັດຈາກ VOV)
 
 

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top