• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ Festival ມໍລະດົກ ກວາງນາມ ຄັ້ງທີ 6 -2017

      ຕອນຄ່ຳວັນທີ 14 ມິຖຸນາ, ຢູ່ສະໜາມຫຼວງ ຊົງຮ່ວາຍ, ນະຄອນໂຫ້ຍອານ, ແຂວງ ກວາງນາມ ໄດ້ຈັດຕັ້ງພິທີອັດ Festival  ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017. 
ພິທີອັດ Festival  ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017. 
      ດ້ວຍຫົວຂໍ້ວ່າ: “ຂະບວນການເຊື່ອມຕໍ່ມໍລະດົກ”, Festival  ກວາງນາມ ປີ 2017 ມີການເຂົ້າຮ່ວມຂອງຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນ ແລະ ນັກສິລະປິນ, ນັກສິລະປະການ, ນັກກິລາ, ບັນດານັກວິທະຍາສາດ, ນັກຄົ້ນຄ້ວານັບພັນຄົນທີ່ມາຈາກ 33 ປະເທດ, ເຂດແຄ້ວນໃນທົ່ວໂລກ. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ເນັ້ນໜັກວ່າ:
        “Festival ໄດ້ປະກອບສ່ວນໂຄສະນາ, ແນະນຳກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ ກໍ່ຄືເຂດດິນແດນ ແລະ ປະຊາຊົນກວາງນາມ ທີ່ພິລະອາດຫານ, ສະໜິດສະໜົມ, ຮັກແພງແຂກຄົນ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ. ຂ້າພະເຈົ້າຫວັງວ່າໃນໄລຍະຈະມາເຖິງ, ແຂວງ ກວາງນາມ ຄວນສືບຕໍ່ຮັກສາ, ເສີມຂະຫຍາຍເຄື່ອງໝາຍການຄ້າ Festival ມໍລະດົກ ກວາງນາມ, ຄົ້ນຄ້ວາ, ຈັດຕັ້ງຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະ ແທດຈິງກ່ວາອີກ, ດຶງດູດແຫຼ່ງກຳລັງທັງຢູ່ພາຍໃນ ແລະ ຕ່າງປະເທດລົງທຶນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top