• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມວົງແຄບລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນຢູ່ລາວ

      ວັນ​ທີ 27/2, ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ປີ 2016 ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ ວຽງ​ຈັນ. ນີ້​ແມ່ນ​ກອງ​ປະຊຸມ ອາ​ຊຽນ ຄັ້ງ​ທຳ​ອິດ​​ໃນ​ປີປະທານ ອາ​ຊຽນ 2016 ຂອງ ລາວ ​ແລະ​ ກໍ​ແມ່ນ​ກອງ​ປະຊຸມ​ທຳ​ອິດ​ຂອງ ອາ​ຊຽນ ພາຍຫຼັງ ອາ​ຊຽນ ສ້າງ​ຕັ້ງ​ປະຊາ​ຄົມ​ໃນ​ວັນ​ທີ 31/12/2015 ​ແລະ ຮັບຮອງ​ເອົາ​ວິ​ໄສ​ທັດ ອາ​ຊຽນ 2025, ​ເພື່ອ​ແນ​ໃສ່​ກຳນົດ​ທິດ​​ໃຫ້​ແກ່​ການ​ຮ່ວມ​ມື ອາ​ຊຽນ ​ໃນ​ປີ 2016, ນຳ ອາ​ຊຽນ ກ້າວ​ເຂົ້າ​ສູ່​ໄລຍະ​ເຊື່ອມ​ຈອດ​​ໃໝ່​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ. ບັນ​ດາ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ຕໍ່ ອາ​ຊຽນ ​ໃນ​ທັງ 3 ​ເສົາ​ຄຳ້​ດ​້ວຍບັນດາ​ໝາກຜົນ​ແທດ​ຈິງ ​ແລະ ລະອຽດ, ປັບປຸງ​ຄວາມ​ສາມັກຄີ, ​ເປັນ​​ເອກະ​ພາບ​ຂອງ ອາຊຽນ, ​ເສີມ​ຂະ​ຫຍາ​ຍບົດ​ບາດ​ໃຈກາງ​ຂອງ ອາ​ຊຽນ​ໃນ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ຍູ້​ແຮງ​ການ​ໂອ້​ລົມ​ສົນທະນາ, ຮ່ວມ​ມື, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ… ກ່ຽວ​ຂ້ອງ​ເຖິງ​ການ​ພົວພັນ​ຄູ່​ເຈລະຈາ, ບັນດາ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ຄວນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ຢ່າງ​ແທດ​ຈິງ, ສົ່ງ​ເສີມ​ບັນດາ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ, ປະກອບສ່ວນ​ສ້າງ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ຄວາມ​ສົນ​ໃຈ ​ແລະ ຜົນ​ປະ​ໂຫຍ​ດລວມຢູ່​ພາກ​ພື້ນ ກໍ່​ຄື​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ວິວັດ​ທະ​ນາ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ. ບັນດາ​ລັດຖະມົນຕີ ​​ໄດ້​​ແລກປ່ຽນ​ຫຼາຍ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ສະພາບ​ການ ສປປ ​ເກົາ​ຫຼີ, ທະ​ເລ​ຕາ​ເວັນ​ອອກ, ບັນດາ​ການ​ທ້າ​ທາຍ​ບໍ່​ມີ​ເຄີຍ​ມາ​ກ່ອນ​ຄື: ກໍ່​ການ​ຮ້າຍ, ຄວາມ​ ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ…
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top