• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຈັດຕັ້ງສູນກາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຕຸງ (ຈີນ)

      ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ, ວັນທີ 26 ມັງກອນ, ທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມແຂວງ ກວາງຕຸງ

ທ່ານຫົວໜ້າຄະນະຈັດຕັ້ງສູນກາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຕຸງ (ຈີນ)
(ພາບ: TTXVN)
      ແລະ ມີການເຈລະຈາກັບທ່ານ ລີຊີ (Li Xi), ກຳມະການກົມການເມືອງ, ເລຂາຄະນະພັກແຂວງ ກວາງຕຸງ.
        ທີ່ການພົບປະເຈລະຈາ, ທ່ານລີຊີ ໄດ້ແນະນຳກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ບັນດາວຽກງານກໍ່ສ້າງພັກຂອງທ້ອງຖີ່ນ, ກ່ຽວກັບການພົວພັນ, ພົບປະແລກປ່ຽນ ແລະ ການຮ່ວມມືລະຫວ່າງແຂວງ ກວາງຕຸງ ກັບ ຫວຽດນາມ ໃນໄລຍະຜ່ານມາ, ລົງເລິກເຂົ້າໃນການແລກປ່ຽນກ່ຽວກັບທິດທາງເພີ່ມທະວີການຮ່ວມມືລະຫວ່າງແຂວງ ກວາງຕຸງ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.
ສ່ວນທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ກໍ່ສະເໜີເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືທາງດ້ານເສດຖະກິດ - ການຄ້າ, ການທ່ອງທ່ຽວ, ວັດທະນະທຳ, ການບຳລຸງສ້າງພະນັກງານ, ການແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກລະຫວ່າງແຂວງ ກວາງຕຸງ ກັບບັນດາແຂວງ, ນະຄອນຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຂີດ​ໝາຍ ຫວຽດ​ນາມ ເປັນ​ຄັ​້ງ​ທຳ​ອິດ ມີ​ຜູ້​ພິ​ພາກ​ສາ​ ITLOS ແມ່ນ​ກຳ​ລັງ​ໜູນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຂີດ​ໝາຍ ຫວຽດ​ນາມ ເປັນ​ຄັ​້ງ​ທຳ​ອິດ ມີ​ຜູ້​ພິ​ພາກ​ສາ​ ITLOS ແມ່ນ​ກຳ​ລັງ​ໜູນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ເລື່ອງ​ທ່ານ ຮ​ສ​ຈ. ປອ ນາງ ຫວຽນ​ທິ​ລານ​ແອັງ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCLOS 1982 ເລືອກ​ຕັ້ງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ພິ​ພາກ​ສາ ITLOS ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສູງ​ແຖວ​ໜ້າ​ໃນ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຕີ​ລ​ຄາ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ສ​ະ​ມາ​ຊິກ UNCLOS 1982...

Top