• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ມີການໜູນຊ່ວຍເຊິ່ງກັນ ແລະ ກັນເປັນຢ່າງດີ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຂອງໂລກລະບາດໂຄວິດ - 19

      ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງວຽກງານການທູດຂອງ ຫວຽດນາມ ໃນສະພາບການໂລກລະບາດໂຄວິດ - 19 ແລະ ຢັ້ງຢືນບັນດາການເຄື່ອນໄຫວແລກປ່ຽນ, ພົບປະຄະນະຂັ້ນສູງໄດ້ ແລະ ຈະດຳເນີນໄປລະຫວ່າງ ຫວຽດນາມ ແລະ ອາເມລິກາ  ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ເຊິກເຊິ່ງກ່ວາອີກ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອກ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ
      ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຫາກໍ່ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2021). ພິທີໄດ້ຈັດຂຶ້ນຕາມຮູບແບບທາງໄກ ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນກ່ວາ 200 ທ່ານ ຈາກອຳນາດການປົກຄອງ, ສະພາແຫ່ງຊາດ, ຄະນະທູຕານຸທູດ, ວິສາຫະກິດ, ນັກຮຽນຮູ້, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ອາເມລິກາ.
      ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອກ ໄດ້ຍົກອອກເສັ້ນທາງປະຫວັດສາດ 76 ປີແຫ່ງຄວາມອົງອາດກ້າຫານ, ສະຫງ່າລາສີ ຂອງ ຊາດ ຫວຽດນາມ ແລະ ຢັ້ງຢືນບັນດາຜົນສຳເລັດທີ່ ຫວຽດນາມ ບັນລຸໄດ້ແມ່ນ ໝາກຜົນຂອງຄວາມມານະພະຍາຍາມທີ່ກ້າວກະໂດດຂັ້ນ ຂອງ ປະຊາຊົນ ຫວຽດນາມ ກໍ່ຄືຄວາມມານະພະຍາຍາມອັນລ້ຳຄ່າ ແລະ ການຮ່ວມມືຢ່າງມີປະສິດທິຜົນຂອງຄູ່ຮ່ວມມື, ເພື່ອນມິດສາກົນ.
      ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງວຽກງານການທູດຂອງ ຫວຽດນາມ ໃນສະພາບການໂລກລະບາດໂຄວິດ - 19 ແລະ ຢັ້ງຢືນບັນດາການເຄື່ອນໄຫວແລກປ່ຽນ, ພົບປະຄະນະຂັ້ນສູງໄດ້ ແລະ ຈະດຳເນີນໄປລະຫວ່າງ ຫວຽດນາມ ແລະ ອາເມລິກາ  ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ເຊິກເຊິ່ງກ່ວາອີກ, ພ້ອມທັງປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ
(ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ເຖິງ​ສື່ມວນ​ຊົນ ເວ​ເນ​ຊູ​ເອ​ລາ

ຖະ​ແຫຼງຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ເຖິງ​ສື່ມວນ​ຊົນ ເວ​ເນ​ຊູ​ເອ​ລາ

ວັນທີ 08 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ກາຣາກາສ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ - ສື່ມວນຊົນ ເວເນຊູເອລາ ຈັດການພົບປະກັບອົງການສື່ມວນຊົນ ເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV ຂອງພັກກອມມູນິດ ຫວຽດນາມ ເຖິງບັນດາອົງການສື່ມວນຊົນປະເທດປະຈຳຖິ່ນ.

Top