• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບ

      ວັນທີ 20 ກໍລະກົດ, ທີ່ພະລາດຊະວັງ ຢູ່ນະຄອນຫຼວງພະນົມເປນ, ກຳປູເຈຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເຈລະຈາກັບ ພະບາດສົມເດັດພະມະຫາກະສັດ ກຳປູເຈຍ Norodom Sihamoni. 

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ
ແລະ ພະບາດສົມເດັດພະມະຫາກະສັດ ກຳປູເຈຍ Norodom Sihamoni
      ພ້ອມກັນທົບທວນຄືນໄລຍະທາງແຫ່ງການພັດທະນາການພົວພັນສອງປະເທດ ໃນ 50 ປີ ຜ່ານມາ, ສອງຝ່າຍຕີລາຄາສູງ ຕໍ່ເລື່ອງທີ່ສອງປະເທດສ້າງສາຍພົວພັນການທູດ ເມື່ອວັນທີ 24/06/1967; ເຫັນດີເປັນເອກະພາບການພົວພັນບ້ານໃກເ້ເຮືອນຄຽງມິດຕະພາບ, ຄວາມສາມັກຄີແບບພິເສດ ຊຶ່ງບັນດາການນຳລຸ່ນຕ່າງໆ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງ, ບັນລຸໄດ້ບັນດາຜົນງານຮອບດ້ານ, ຍິ່ງໃຫຍ່, ສຳຄັນ. ການນຳສອງທ່ານຢັ້ງຢືນຈະພ້ອມກັນເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຄົນລຸ້ນຫຼັງກ່ຽວກັບຄວາມສາມັກຄີມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ກຳປູເຈຍ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ອວຍພອນໃຫ້ປະຊາຊົນ ກຳປູເຈຍ ສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່ໃນວຽກງານກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ປະກອບສ່ວນສ້າງສາ ປະເທດກຳປູເຈຍ ມີຄວາມສັນຕິພາບ, ປອງດອງຊາດ, ຮ່ວມມື ແລະ ພັດທະນາ. ສ່ວນ ພະບາດສົມເດັດພະມະຫາກະສັດ ກຳປູເຈຍ Norodom Sihamoni ເນັ້ນໜັກເຖິງການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເປັນຂີດໝາຍປະຫວັດສາດສຳຄັນພິເສດ ໃນການພົວພັນບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ, ໄດ້ດຳເນີນໃນໂອກາດສອງປະເທດຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ພະບາດສົມເດັດພະມະຫາກະສັດ ກຳປູເຈຍ ຢັ້ງຢືນວ່າຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ຄວາມສາມັກຄີຍິ່ງໃຫຍ່, ການພົວພັນມິດຕະພາບບໍລິສຸດຜຸດຜ່ອງ ແລະ ການຮ່ວມມືບ້ານໃກ້ເຮືອນຄຽງ ກຳປູເຈຍ-ຫວຽດນາມ ມີຄວາມສວຍສົດງົດງາມ.
(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top