• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ເລັດເວຍເປັນເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

      ໂດຍສືບຕໍ່ການຢ້ຽມຢາມເລັດເວຍຢ່າງເປັນທາງການ, ວັນທີ 20 ຕຸລາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະ ກັບປະທານສະພາແຫ່ງຊາດ ເລັດເວຍ Inara Munierce, ເຮັດວຽກກັບລັດຖະມົນຕີການຕ່າງປະເທດ ເລັດເວຍ Edgar Rinkievics ແລະ ໄປຢ້ຽມຢາມບໍລິສັດ Madara.

ຫວຽດນາມ - ເລັດເວຍເປັນເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
(ພາບ: TTXVN)
      ທີ່ການພົບປະກັບປະທານສະພາແຫ່ງຊາດ ເລັດເວຍ Inara Munierce, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຢືນຢັນຄວາມປາຖະໜາຢາກຊຸກຍູ້ການຮ່ວມມືຫຼາຍດ້ານກັບ ເລັດເວຍ ໃນນັ້ນມີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ສະເໜີເຈລະຈາ ແລະ ລົງນາມໃນບັນດາສັນຍາຮ່ວມມືດ້ານການສຶກສາ, ສັນຍາຍົກເວັ້ນວິຊາໃຫ້ຜູ້ຖືໜັງສືຜ່ານແດນທາງການທູດ, ສັນຍາການບິນ…ເພື່ອສ້າງກອບກົດໝາຍຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງສອງຝ່າຍ.
        ເມື່ອເຮັດວຽກກັບທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ, ທ່ານລັດຖະມົນຕີການຕ່າງປະເທດ ເລັດເວຍ Edgar Rinkievics ປາຖະໜາວ່າ  ເລັດເວຍຈະແມ່ນໜຶ່ງໃນບັນດາປະເທດ ອີຢູ ທຳອິດທີ່ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ ( EVFTA ), ຖືນີ້ແມ່ນປັດໃຈສຳຄັນປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ອີຢູ ເວົ້າລວມ ກໍ່ຄືກັບເລັດເວຍເວົ້າສະເພາະ. ສອງຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມບໍລິສັດ Madara, ເຊິ່ງແມ່ນໜຶ່ງໃນບັນດາບໍລິສັດສົ່ງອອກເຄື່ອງສຳອາງແຖວໜ້າຂອງ ເລັດເວຍ.
 (ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top