• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຊຸກຍູູ້ຄວາມສາມັກຄີ ຂອງ ອາຊຽນ ໃນບັນຫາ ມຽນມາ

      ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ ມຽນມາ ມີສະພາບການທີ່ເປັນປົກກະຕິໂດຍໄວ ເພື່ອພັດທະນາປະເທດຊາດ ເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມ ອາຊຽນ ທີ່ມີຄວາມສາມັກຄີ.
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ (ພາບ: ກະຊວງການຕ່າງປະເທດ)
      ໃນການຖະແຫຼງຂ່າວປະຈຳເດືອນ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວ ທີ່ກ່ຽວຂ້ອງເຖິງສະພາບການຢູ່ ມຽນມາ ແລະ ບາງທັດສະນະຂອງບັນດາປະເທດໃນພາກພື້ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ ມຽນມາ ມີສະພາບການທີ່ເປັນປົກກະຕິໂດຍໄວ ເພື່ອພັດທະນາປະເທດຊາດ ເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມ ອາຊຽນ ທີ່ມີຄວາມສາມັກຄີ. ອາຊຽນ ມີການເຄື່ອນໄຫວບົນພື້ນຖານປຶກສາຫາລື, ໂອ້ລົມສົນທະນາ, ການຮ່ວມມື ແລະ ສອດຄ່ອງກັບກົດບັດ ຂອງ ອາຊຽນ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກທີ່ວາງອອກໃຫ້ແກ່ມຽນມາ, ອາຊຽນ ໄດ້ ແລະ ພວມມານະພະຍາຍາມໜູນຊ່ວຍ ມຽນມາ, ເປັນຕົ້ນແມ່ນການໜູນຊ່ວຍມະນຸດສະທຳ ບົນຈິດໃຈສາມັກຄີ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດ ຊຸກຍູ້ການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ ແລະ ຫວັງວ່າ ມຽນມາ ຈະສືບຕໍ່ເຂົ້າຮ່ວມວິວັດການກໍ່ສ້າງອາຊຽນ ແຫ່ງສັນຕິພາບ, ມີສະຖຽນລະພາບ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top