• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນການພັດທະນາເສດຖະກິດ - ສັງຄົມກັບ ກູບາ

      ວັນທີ 3 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Rodrigo Malmierca Diaz ລັດຖະມົນຕີການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ ກູບາ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Rodrigo Malmierca Diaz
      ທີ່ພວມມີການຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມກອງປະຊຸມຄັ້ງທີ 35 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກູບາ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງລັດຖະບານ ກູບາ ໄດ້ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນຢູ່ ກູບາ ໃນຫລາຍຂົງເຂດ ແລະ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນບັນດາວິສາຫະກິດຊຸກຍູ້ການລົງທຶນເຂົ້າບັນດາຂົງເຂດຜະລິດ, ສິນຄ້າເຄື່ອງໃຊ້ສອຍ, ກະສິກຳຢູ່ ກູບາ. ສ່ວນທ່ານ Rodrigo Malmierca Diaz ລັດຖະມົນຕີການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ ກູບາ ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊາບກ່ຽວກັບໝາກຜົນກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານ 2 ປະເທດ. ພ້ອມທັງໃຫ້ຮູ້ວ່າ: ກູບາ ປາດຖະໜາຢາກດຶງດູດການລົງທຶນຂອງ ຫວຽດນາມ ແລະ ຫວັງວ່າ ທະນາຄານກະສິກຳ ຫວຽດນາມ ຈະເປີດສາຂາຕ່າງໜ້າປະຈຳ ກູບາ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວການຄ້າຂອງບັນດາວິສາຫະກິດ.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກໍ່ມີການພົບປະກັບທ່ານ Rodrigo Malmierca Diaz ລັດຖະມົນຕີການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ ກູບາ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top