• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິບັດບັນດານະໂຍບາຍພັດທະນາເສດຖະກິດຕິດພັນກັບການປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງຄົບຖ້ວນ

      ວາລະປະຊຸມສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 2 ຂອງ ຫວຽດນາມ ແລະ ອົງການການຄ້າໂລກ (WTO) ໄລຍະ 2014 – 2019 ຖືກດຳເນີນພາຍໃຕ້ຮູບການທາງອອນລາຍ ໃນຕອນບ່າຍວັນທີ 27 ເມສາ.
ວາລະປະຊຸມສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 2 ຂອງ ຫວຽດນາມ ແລະ ອົງການການຄ້າໂລກ
      ໃນວາລະປະຊຸມສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 2 ຂອງ ຫວຽດນາມ ແລະ ອົງການການຄ້າໂລກ (WTO) ໄລຍະ 2014 – 2019 ຖືກດຳເນີນພາຍໃຕ້ຮູບການທາງອອນລາຍ ໃນຕອນບ່າຍວັນທີ 27 ເມສາ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງບັນດາຜົນງານຕັ້ງໜ້າ ແລະ ພົ້ນເດັ່ນຂອງ ຫວຽດນາມ ນັບແຕ່ການສຳຫຼວດຄັ້ງທຳອິດເມື່ອປີ 2013, ລວມທັງບັນດາຜົນງານກ່ຽວກັບການນຳເຂົ້າ - ສົ່ງອອກ, ການເຕີບໂຕ ແລະ ປະຕິຮູບເສດຖະກິດ ກໍຄືການກຳນົດທິດກໍ່ສ້າງ ແລະ ປະຕິບັດນະໂຍບາຍກ່ຽວຂ້ອງເຖິງດ້ານການຄ້າໃນໄລຍະຈະມາເຖິງ. ບັນດາຕົວເລກດັ່ງກ່າວ ຊີ້ໃຫ້ເຫັນລະດັບເປີດປະຕູຂອງພື້ນຖານເສດຖະກິດ ຫວຽດນາມ ກໍຄືຄວາມເອົາຈິງເອົາຈັງການໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນ ນັບແຕ່ເມື່ອເຂົ້າຮ່ວມ ອົງການການຄ້າໂລກ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ ກໍເນັ້ນໜັກເຖິງຄວາມຕັດສິນໃຈສືບຕໍ່ວິວັດການເຊື່ອມໂຍງຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ປະຕິຮູບເສດຖະກິດ ກໍຄືປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງເຂັ້ມງວດ. 
(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top