• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນເປັນມື້ທີ 78 ແລ້ວ

ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງການ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຕອນເຊົ້າວັນທີ 03 ກໍລະກົດ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 02 ກໍລະກົດ ຫາເວລາ 6 ໂມງເຊົ້າຂອງວັນທີ 03 ກໍລະກົດ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຈັກຄົນ.

 (ພາບປະກອບ/TTXVN)

ສະນັ້ນ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນຕິດຕໍ່ກັນເປັນມື້ທີ 78 ແລ້ວ. ມາຮອດປັດຈຸບັນ, 340 ໃນຈຳນວນ 355 ຄົນທີ່ມີຜົນກວດເປັນບວກກັບໄວຣັດ SARS-CoV-2 ຢູ່ ຫວຽດນາມ ໄດ້ຮັບການປະກາດຫາຍດີເປັນປົກກະຕິແລ້ວ, ກວມເອົາ 95,8% ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19; ບໍ່ມີຜູ້ໃດເສຍຊີວິດຍ້ອນໂຄວິດ-19. ປະຈຸບັນ, ຜູ້ຕິດເຊື້ອໂຄວິດ-19 ຍັງເຫຼືອ 15 ຄົນ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ, ສ່ວນຫລາຍມີອາການເປັນປົກກະຕິ.

        ກ່ຽວກັບສະພາບການປິ່ນປົວພະຍາດໃຫ້ແກ່ນັກບິນຊາວອັງກິດ ແມ່ນຜູ້ຕິດເຊື້ອຄົນທີ 91 ຢູ່ໂຮງໝໍ ເຈິ້ໄຮ໋ (ນະຄອນ ໂຮ່ຈີມິນ), ອະນຸກຳມະການປິ່ນປົວໃຫ້ຮູ້ວ່າ: ຜູ້ຕິດເຊື້ອໂຄວິດ-19 ຄົນທີ 91 ມີການຟື້ນຟູທີ່ດີ, ຈິດໃຈເປັນປົກກະຕິກ່ວາ.

        ກ່ຽວກັບການຜັນແປອື່ນ, ໃນວັນທີ 02 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ໄດ້ຈັດຕັ້ງພິທີມອບຜ້າອັດປາກ-ອັດດັງ 135.000 ອັນ ເຊິ່ງແມ່ນຂອງຂວັນຈາກປະເທດ ຫວຽດນາມ ມອບໃຫ້ຜູ້ຕາງໜ້ານະຄອນຫລວງ ລອນດອນ ແລະ ເຂດ Wales.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top