• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັດສິນໃຈ ແລະ ໃຫ້ບຸລິມະສິດຢ່າງສູງສຸດແກ່ປີເປັນປະທານ ອາຊຽນ 2020

ທີ່ກອງປະຊຸມຂ່າວສາກົນດຳເນີນໃນຕອນເຊົ້າວັນທີ 18 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ ອາຊຽນ 2020 ເນັ້ນໜັກວ່າ ປີ 2020 ແມ່ນປີທີ່ມີຄວາມໝາຍຫລາຍຢ່າງສຳລັບ ອາຊຽນ ເວົ້າລວມ ແລະ ສຳລັບ ຫວຽດນາມ ເວົ້າສະເພາະ. ສຳລັບ ຫວຽດນາມ ແລ້ວ, ນີ້ກໍ່ແມ່ນຂີດໝາຍ 25 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ແລະ ຮ່ວມເດີນທາງພ້ອມກັບ ອາຊຽນ.

(ພາບປະກອບ)

 ປີ 2020, ຫວຽດນາມ ກໍ່ເລີ່ມຕົ້ນຮັບດຳລົງບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ດັ່ງນັ້ນ, ຫວຽດນາມ ກຳນົດຄວາມຮັບຜິດຊອບບົດບາດເປັນປະທານ ອາຊຽນ 2020 ແມ່ນຄວາມຮັບຜິດຊອບສຳຄັນຍິ່ງ, ພ້ອມກັບກາລະໂອກາດແມ່ນສິ່ງທ້າທາຍ.

        “ຫວຽດນາມ ຈະຕັດສິນໃຈ ແລະ ໃຫ້ບຸລິມະສິດຢ່າງສູງສຸດ ເພື່ອແນໃສ່ປະຕິບັດໃຫ້ສຳເລັດ, ປະກອບສ່ວນສ້າງປະຊາຄົມ ອາຊຽນ ນັບມື້ນັບເຊື່ອມຈອດຢ່າງແໜ້ນແຟ້ນ ແລະ ໝັ້ນຄົງເຂັ້ມແຂງ ບົນພື້ນຖານສືບທອດບັນດາໝາກຜົນທີ່ບັນລຸໄດ້ຂອງບັນດາປະທານ ອາຊຽນ ໃນຊຸມປີກ່ອນ, ເສີມຂະຫຍາຍບັນດາບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືບັນດາບົດຮຽນໃນການຈັດຕັ້ງບັນດາກອງປະຊຸມໃຫຍ່ກ່ອນນີ້.

        ດ້ວຍຫົວເລື່ອງວ່າ “ເຊື່ອມຈອດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະ”, ປີ ອາຊຽນ 2020 ຈະດຳເນີນໃນຕະຫລອດປີ ດ້ວຍການເຄື່ອນໄຫວໃຫຍ່ໜ້ອຍປະມານ 300 ການເຄື່ອນໄຫວ, ໃນນັ້ນ ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ 2 ກອງປະຊຸມສຸດຍອດຖືກຈັດຂຶ້ນໃນເດືອນ ກຸມພາ ແລະ ເດືອນ ພະຈິກ ປີ 2020.

 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top