• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມໂຄງການດຳເນີນງານຂອງ G20

      ວັນທີ 28 – 29 ມິຖຸນາ ຈະມາເຖິງ, ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ Osaka, ຍີ່ປຸ່ນ ດ້ວຍຖານະບົດບາດເປັນແຂກຖືກເຊີນພິເສດ. 
            ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບເຫດການດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ຖືວ່າ: ເລື່ອງ ຍີ່ປຸ່ນ ເຊີນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນຂອບຂະໜາດໃຫຍ່ ໄດ້ສະແດງໃຫ້ເຫັນວ່າ ຍີ່ປຸ່ນ ຖືເປັນສຳຄັນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງກັບ ຫວຽດນາມ ແລະ ມີຄວາມເຊື່ອໝັ້ນຕໍ່ການປະກອບສ່ວນຂອງ ຫວຽດນາມ ຕໍ່ບັນດາບັນຫາຂອງໂລກ ຈະໄດ້ປຶກສາຫາລືທີ່ກອງປະຊຸມ G20 ຄັ້ງນີ້. ນີ້ເປັນຄັ້ງທີ 4 ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20. ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ກ່າວວ່າ:
        “ກ່ອນອື່ນໝົດ, ສຳລັບບັນຫາຫັນການຄ້າເປັນເສລີ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມ WTO ຢ່າງຕັ້ງໜ້າ. ທີສອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນຜູ້ລິເລີ່ມເລື່ອງ ຫວຽດນາມ ຫັນປ່ຽນໄປສູ່ພື້ນຖານເສດຖະກິດ 4.0. ດ້ວຍຖານະເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຄັ້ງນີ້, ແນ່ນອນວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນຫາເສດຖະກິດດີຈີຕອນ. ທີສາມ, ຫວຽດນາມ ແມ່ນປະເທດມີທະເລ, ດັ່ງນັ້ນ ບັນຫາຂີ້ເຫຍື້ອພລາດສະຕິກລອຍລ່ອງຢູ່ໜ້ານ້ຳທະເລ ຈະມີຄວາມສ່ຽງນາບຂູ່ພື້ນຖານເສດຖະກິດທະເລຂອງ ຫວຽດນາມ. ສະນັ້ນ, ນີ້ແມ່ນບັນຫາຂ້າງຄຽງຂອງ ຫວຽດນາມ ແລະ ຂ້າພະເຈົ້າຖືວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນຫົວເລື່ອງນີ້.
        ເມື່ອເຕື້ອງເຖິງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ທ່ານ ຫວູຮົ່ງນາມ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນ 2 ປະເທດຈະພັດທະນາໄວທີ່ສຸດ, ແຮງທີ່ສຸດໃນ 3 ຂົງເຂດຄື ການເມືອງ, ເສດຖະກິດ ແລະ ພົວພັນແລກປ່ຽນປະຊາຊົນ.
 (ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top