• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ​ ​ເພີ່ມ​ທະວີ​ການພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ ຈີນ

ວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບ ທ່ານ ຫູ໊ເຈິ້ງຢ້າວ ຮອງຫົວໜ້າສະມາຄົມການທູດມະຫາຊົນ, ຮອງປະທານກອງທຶນ ສູງຈຽນລິ໊ງ ແລະ ບັນດາຜູ້ແທນສອງປະເທດສອງປະເທດເຂົ້າຮ່ວມ ເວທີປາໄສປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 11.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບ ບັນດາຜູ້ແທນສອງປະເທດສອງປະເທດເຂົ້າຮ່ວມ ເວທີປາໄສປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 11 (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບ ຈີນ. ທ່ານ ຟ້າມບິ່ງມິນ ສະເໜີໃຫ້ ສະຫະສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບການທູດປະຊາຊົນ ຈີນ ແລະ ສະມາຄົມການທູດມະຫາຊົນ ຈີນ ສົມທົບກັບ ອົງການຕາງໜ້າສອງຝ່າຍ ຈົ່ງຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຈີນ ແລະ ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນສອງປະເທດໃຫ້ເປັນຢ່າງດີ, ໃນນັ້ນ ມີເວທີປາໄສປະຊາຊົນ ຫວຽດນາມ - ຈີນ.

        ກ່ອນໜ້ານັ້ນ, ນັບແຕ່ວັນທີ 25 – 28 ທັນວາ 2019, ສອງຝ່າຍໄດ້ສົມທົບກັນຈັດຕັ້ງ ເວທີປາໄສປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 11 ຢູ່ ແຂວງເງະອານ ສໍາເລັດຜົນ.

 (ແຫຼ່ງຄັດຈາກ VOV)
 

 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top