• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແມ່ນແບບຢ່າງທີ່ບັນລຸຜົນສຳເລັດໃນການພັດທະນາ

ຮອງນາຍົກລັດຖະມົນຕີ ຫວູດືກດາມ ແລະ ທ່ານ Jim Yong Kim, ປະທານ​ທະນາຄານ​ໂລກ ປະກາດບົດລາຍງານ ຫວຽດນາມ 2035
      ພິທີປະກາດ​ບົດ​ລາຍ​ງານ “ຫວຽດນາມ ປີ 2035 - ມຸ່ງ​ໄປ​ເຖິງ​ຄວາມ​ວັດທະນາ​ຖາວອນ, ມີ​ຫົວຄິດປະດິດ​ສ້າງ, ມີ​ຄວາມຍຸຕິ​ທຳ ​ແລະ ປະຊາທິປະ​ໄຕ” ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ຫວຽດນາມ ສົມທົບ​ກັບ​ທະນາຄານ​ໂລກ​ຈັດ​ຕັ້ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 23/2, ຢູ່​ຮ່າ​ໂນ້ຍ. ບົດ​ລາຍ​ງານດັ່ງກ່າວ​ໄດ້​ວາງ​ອອກບັນ​ດາ​ມາດ​ຕະການ​ປະຕິ​ຮູບ​​ເພື່ອ​ໃຫ້ ຫວຽດນາມ ກາຍ​ເປັນ​ພື້ນຖານ​ເສດຖະກິດ​ພັດທະນາ​ໄວ, ຍືນ​ຍົງ, ດ້ວຍ​ລະດັບລາຍ​ຮັບ​ສະ​ເລ່ຍສູງ​ໃນ​ປີ 2035. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຕ້ອງ​ຮັກສາ​ລະດັບ​ເຕີບ​ໂຕ​ຢ່າງ​ໜ້ອຍ​ສຸດ​ແມ່ນ 7% ​ໃນ​ແຕ່ລະ​ປີ ​ແລະ ຍົກ​ລະດັບ​ລາຍ​ຮັບ​ສະ​ເລ່ຍຂຶ້ນ​ເຖິງ 7.000 USD ​ໃນ​ປີ 2035. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ Jim Yong Kim, ປະທານ​ທະນາຄານ​ໂລກ, ຖື​ວ່າ ຫວຽດນາມ ​ແມ່ນ​ແບບຢ່າງທີ່​ບັນລຸ​ຜົນສ​ຳ​ເລັດ​ໃນ​ການ​ພັດທະນາ. ຈາກ​​​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຸກ​ຍາກ​ທີ່​ສຸດ, ​ໃນ 30 ປີຜ່ານມາ, ຫວຽດນາມ ​ໄດ້​ຮັກສາ​ລະດັບ​ເຕີບ​ໂຕ​ແຕ່ລະ​ປີ​ຢູ່​ໃນ​ລະດັບ​ເກືອບ 7% ​ແລະ ​ໄດ້ປະຕິບັດ​ສຳ​ເລັດ​ບັນດາ​ໂຄງການ​ຈຸດໝາຍ​ອັນ​ໄດ້ຊ່ວຍ​ປະຊາຊົນ​ນັບ​ລ້ານໆ​ຄົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.
        “ບົດ​ລາຍ​ງານ​ໄດ້​ກຳ​ນົດວ່າ ຫວຽດນາມ ບັນລຸ​ຜົນສຳ​ເລັດ​ໃນ​ໄລຍະ 20 ປີ​ຈະ​ມາ​ເຖິງ​ຄື​ແນວ​ໃດ. ​ການເພີ່ມ​ສະມັດ​ຕະພາບ​ແຮງ​ງານຢ່າງ​ໄວ, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິ​ດຈະ​ຊ່ວຍ​ໃຫ້ ຫວຽດນາມ ​ເຕີບ​ໂຕ​ໄວ. ຍຸບ​ເລີກ​ຮົ້ວ​ກີດຂວາງ​ສຳລັບ​ບັນດາ​ເປົ້າ​ໝາຍ​ອາພັບ , ສະໜອງ​ບັນດາ​ການບໍລິການ​ດີ​ທີ່​ສຸດ​ໃຫ້​ກຸ່ມ​ຄົນ​ຊັ້ນ​ກາງ​​ໃນ​ຕົວ​ເມືອງ​ຈະ​ຊ່ວຍ ຫວຽດນາມ ຮັກສາ​ຜົນງານ​ປະ​ທັບ​ໃຈ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ ​ແລະ ການ​ເຊື່ອມ​ໂຍງ​​ໃນສັງຄົມ​ຂອງ​ຕົນ. ບົດ​ລາຍ​ງານ​ກໍ່​ແນະນຳ​ໃຫ້ ຫວຽດນາມ ຄວນ​ສ້າງ​ລະບອບ​ທັນ​ສະ​ໄໝ ​ແລະ ​ໂປ່​ງ​​ໃສນີ້, ​ແມ່ນ​ບັນດາ​ບາດກ້າວ​ສາມາດ​ຊ່ວຍ ຫວຽດນາມ ບັນລຸ​ຄາດໝາຍ​ຂອງ​ຕົນ​ໄດ້”
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top