• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມ SOMTC17 ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ

      ຕອນເຊົ້າວັນທີ 24 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ຄັ້ງທີ 17 (SOMTC 17). 

ກອງປະຊຸມ SOMTC 17
(ພາບ: TTXVN)
      ນີ້ແມ່ນກອງປະຊຸມປະຈຳປີສຳຄັນຂອງກຳລັງປະຕິບັດກົດໝາຍບັນດາປະເທດອາຊຽນ. ຄະນະຜູ້ແທນຫວຽດນາມ ໂດຍພົນຕີ ເຈີນວັນເວ້, ຜູ້ຮັກສາການຫົວໜ້າກົມໃຫຍ່ຕຳຫຼວດ, ເປັນຫົວໜ້າຄະນະ. ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ພົນຕີ ເຈີນວັນເວ້ ຊີ້ແຈ້ງວ່າ, ໃນຊຸມປີຜ່ານມາ, ຍາມໃດຫວຽດນາມ ກໍ່ປະຕິບັດຢ່າງມີປະສິດທິຜົນບັນດາຄວາມຮຽກຮ້ອງກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານອາດຊະຍາກຳໃນຂົງເຂດອາດຊະຍາກຳບຸລິມະສິດຂອງອາຊຽນ, ໜູນຊ່ວຍດ້ານອາຍາ, ຕາມລ່າ, ມອບສົ່ງຕົວຜູ້ຕ້ອງໂທດ… ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ຕ້ານອາດຊະຍາກຳຂອງບັນດາປະເທດ. ພົນຕີ ເຈີນວັນເວ້ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາປະເທດອາຊຽນ ເພີ່ມທະວີການຮ່ວມມື ກ່ຽວກັບການປ້ອງກັນ, ຕ້ານບັນດາອາຊະຍາກຳ ເພື່ອແນໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ.
        ທີ່ກອງປະຊຸມ, ເພື່ອແນໃສ່ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າສົມທົບກັນໃນພາກພື້ນ, ຄະນະຜູ້ແທນຫວຽດນາມ ໄດ້ສະເໜີແນວຄວາມຄິດກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳພາກພື້ນອາຊຽນ ບົນພື້ນຖານບັນດາຂົງເຂດ: ຢຶດຊັບສິນຍ້ອນ ມີການກະທຳຜິດ, ຕາມລ່າອາດຊະຍາກອນປົບໜີ ແລະ ກໍ່ການຮ້າຍທາງເຄືອຂ່າຍອີນເຕີແນັດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top