• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳປີສະພາບໍລິຫານ IFAD

ກອງປະຊຸມປະຈຳປີສະພາບໍລິຫານ IFAD
(ພ​າບ: TTXVN)
           ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 40 ຂອງ​ສະ​ພາ​​ບໍ​ລິ​ຫານກອງ​ທຶນ​ພັດ​ທະ​ນາ​ກະ​ສິ​ກຳ​ສາ​ກົນ (IFAD) ຖື​ກດ​ຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/02, ຢູ່ ໂຣມ, ປະ​ເທດ​ອີ​ຕາ​ລີ ໃນ​ລະ​ຫວ່າງວັນ​ທີ 14 – 15/02. ເຂົ້າ​ຮ່ວມກອງ​ປະ​ຊຸມ, ມີ​ຄະ​ນະ​ການ​ນຳ IFAD, ການ​ນຳ​ຫຼາຍ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຂອງ 176 ປະ​ເທດ​ສະ​ມາ​ຊິກ IFAD. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລວມ​ມີ​ສະ​ມາ​ຊິກ 5 ທ່ານ, ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ເຈີນ​ຊວນ​ຮ່າ ນຳ​ໜ້າ.
        ທີ່​ກອງ​ປະ​ຊຸມ​ຄັ້ງ​ນີ້, IFAD ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະ​ທານ​ຄົນ​ໃໝ່. ປະ​ທານ IFAD ໂດຍ​ສະ​ພາ​​​ບໍ​ລິ​ຫານ, ເຊິ່ງ​ແມ່ນ​ອົງ​ການ​ສູງ​ສຸດ​ຂອງ IFAD ເລືອກ​ຕັ້ງ​ຮັບ​ດຳ​​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ໃນ​ອາ​ຍຸ​ການ 4 ປີ. ທ່ານ​ປະ​ທານ​ຄົນ​ປະ​ຈຸ​ບັນ​ແມ່ນ​ທ່ານ Kanayo F.Nwanze, ຊາວ ນີເຊ​ເຣຍ, ຈະ​ສິ້ນ​ສຸດ​​​ອາຍ​ຸ​ການ​ທີ 2 ໃນ​ວັນ​ທີ 31/03 ຈະ​ມາ​ເຖ​ິງ. IFAD ແມ່ນ​ອົງ​ການ​ວິ​ຊາ​ສະ​ເພາະ​ຂອງ​ສະ​ຫະ​ປະ​ຊາ​ຊາດ ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ໂຣມ. ປະ​ຈຸ​ບັນ IFAD ມີ​ 176 ສະ​ມາ​ຊິກ ແລະ ຫວຽດ​ນ​າມ ​ໄດ້​​ເຂົ້າ​ເປັ​ນສະ​ມາ​ຊິກ​ຂອງ IFAD ນັບ​ແຕ່​ປ​ີ 1997 ເປັນ​ຕົ້ນ​ມາ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top