• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຢັ້ງຢືນແນວທາງການຕ່າງປະເທດຫລາຍຝ່າຍ,ຮັກສາສະພາບແວດລ້ອມສັນຕິພາບ,ປົກປັກຮັກສາເອກະລາດ

ທ່ານ ຮອງ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບູ່ຍ​ຊ​ວນ​ເຊີນ
ພາບ:TTXVN
      ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນກ່ຽວ​ກັບໝາກ​ຜົນ​ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 29 ຊື່ງ​ດຳ​ເນີນ​ແຕ່​ວັນ​ທີ 22-26/8 ຢູ່ ຮ່າ​ໂນ້ຍ, ທ່ານ ຮອງ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບູ່ຍ​ຊ​ວນ​ເຊີນ ໄດ້​ຢືນ​ຢັນ: ຫວຽດ​ນາມ ຢັ້ງ​ຢືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ຢ່າງ​ໝັ້ນ​ຄົງ. ທ່ານ ບູ່ຍ​ແທງ​ເຊີນ ຍັງ​ໃຫ້​ຮູ້​ວ່າ: ​ນອກ​ຈາກ​ບັນ​ດາ​ຫນ້າ​ທີ່​ຕົ້ນ​ຕໍ​ຄື: ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ, ອິດ​ທິ​ພົນ​ຂອງ​ປະ​ເທດ​ຊາດ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຂະ​ແຫນງ​ການ​ທູດຍັງສຸມ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນວຽກ​ງານ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ, ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ພິ​ເສດ​ແມ່ນ ອາ​ຊຽນ, ສ​ປ​ຊ, ບັນ​ດາ​ກົນ​ໄກ​ອະ​ນຸ​ພາກ​ພື້ນ. ພ້ອມ​ກັນ​ນັ້ນ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ບັນ​ດາ​ຂົງ​ເຂດ​ການ​ທູດ​ວັດ​ທະ​ນະ​ທຳ, ການ​ຂ່າວ​ຕ່າງ​ປະ​ເທດ, ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດ​ນາມ​ອາ​ໄສຢູ່​ຕ່າງ​ປະ​ເທດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top