• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ລະບົບ​ການ​ກວດ​ ​ແລະ ປິ່ນ​ປົວ​ພະຍາດ​ໂຄ​ວິດ - 19 ສໍາລັບ​ສະ​ມາ​ຊິກ​ອົງການ​ຕາງໜ້າຫວຽດນາມ ປະ​ຈໍາ ​ຢູ່ຕ່າງ​ປະ​ເທດ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍໃຫ້ຄໍາເຫັນຊີ້ນໍາກ່ຽວກັບລະບົບການກວດ, ປິ່ນປົວພະຍາດໂຄວິດ - 19 ສໍາລັບສະມາຊິກອົງການຕາງໜ້າຫວຽດນາມ ປະຈໍາ ຢູ່ຕ່າງປະເທດ. 

ການກວດວິໄຈຫາເຊື້ອໄວຣັດ SARS -CoV- 2 (ພາບ:TTXVN)

ລະອຽດ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຫັນດີຕໍ່ແຜນນະໂຍບາຍງົບປະມານແຫ່ງລັດ ກ່ຽວກັບການຈ່າຍຄ່າກວດ ແລະ ປິ່ນປົວພະຍາດໂຄວິດ - 19 ທີ່ບໍ່ນອນໃນຂອບເຂດການຊໍາລະຕາມສັນຍາປະກັນໄພ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງການຕ່າງປະເທດຫວຽດນາມ ເປັນເຈົ້າພາບ, ສົມທົບກັບກະຊວງການເງິນ, ກະຊວງຍຸຕິທໍາ ແລະ ບັນດາອົງການກ່ຽວຂ້ອງ ຈົ່ງສ້າງມະຕິຍື່ນສະເໜີຕໍ່ລັດຖະບານພິຈາລະນາ ແລະ ຕົກລົງໂດຍດ່ວນ. 

 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top