• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງແຜນການພັດທະນາເສດຖະກິດ-ສັງຄົມໄລຍະສັ້ນ ແລະ ໄລຍະຍາວ

      ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຢ່າງວ່ອງໄວໄປຍັງບັນດາປະເທດໃນໂລກ. 4 ເດືອນຕົ້ນປີ 2020 ໄດ້ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງຫວຽດນາມ ກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ
(ພາບ: quochoi)
      ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 45, ຕອນເຊົ້າວັນທີ 15 ພຶດສະພາ, ເມື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2019; ຕີລາຄາສະພາບການຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2020, ຄະນະປະຈຳສະພາແຫ່ງຊາດໄດ້ສະເໜີວ່າ: ລັດຖະບານຄວນສ້າງແຜນການພັດທະນາເສດຖະກິດ-ສັງຄົມໃນໄລຍະສັ້ນ ແລະ ໄລຍະຍາວໃຫ້ລະອຽດ.
        ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ ໃຫ້ຮູ້ວ່າ, ໂດຍກ້າວເຂົ້າສູ່ປີ 2020, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຢ່າງວ່ອງໄວໄປຍັງບັນດາປະເທດໃນໂລກ. 4 ເດືອນຕົ້ນປີ 2020 ໄດ້ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງຫວຽດນາມ ກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ຄະນະປະຈຳສະພາແຫ່ງຊາດຖືວ່າ, ໃນສະພາບການນີ້, ຫວຽດນາມ ຄວນສ້າງແຜນການເພື່ອດຶງດູດການລົງທຶນ. ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຮ້ງຟູກ, ກໍ່ສະເໜີວ່າ ຕ້ອງເປັນເຈົ້າການໃນການດຶງດູດການລົງທຶນ.
        “ບໍ່ແມ່ນວ່າແຂວງກໍ່ຕ້ອງດຶງດູດການລົງທຶນ, ຕ້ອງມີການຄັດເລືອກການລົງທຶນ, ສຸມໃສ່ເຂົ້າໃນຂົງເຂດເຕັກໂນໂລຊີສູງ, ຂົງເຂດທີ່ຕ້ອງການ. ພ້ອມທັງດຶງດູດການລົງທຶນຕ້ອງມີການຄິດໄລ່, ປະຕິຮູບບໍລິຫານ, ດ້ວຍຄວາມເປັນຈິງ, ບໍ່ແມ່ນເຮັດເອົາຂະບວນການ. ຕ້ອງມີຄວາມໂປ່ງໃສ, ກະຈ່າງແຈ້ງ.”
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top