• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງນະຄອນໂຮ່ຈີມິນ ກາຍເປັນສູນສາທາລະນະສຸກຂອງພາກພື້ນ

      ຕອນຄ່ຳວັນທີ 01 ຕຸລາ, ທີ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນກອງປະຊຸມພົບປະເຈລະຈາດ້ານສາທາລະນະສຸກນະຄອນ ໂຮ່ຈີມິນ ແລະ ອາເມລິກາ ດ້ວຍຫົວຂໍ້ວ່າ “ປະຕິບັດວິໄສທັດເພື່ອສ້າງນະຄອນ ໂຮ່ຈີມິນ ກາຍເປັນສູນສາທາລະນະສຸກຂອງພາກພື້ນ”. 

ກອງປະຊຸມພົບປະເຈລະຈາດ້ານສາທາລະນະສຸກນະຄອນ ໂຮ່ຈີມິນ ແລະ ອາເມລິກາ  (ພາບ: TTXVN)
      ນີ້ແມ່ນໂອກາດເພື່ອໃຫ້ການນຳຂະແໜງສາທາລະນະສຸກ ຫວຽດນາມ, ນະຄອນ ໂຮ່ຈີມິນ, ບັນດາວິສາຫະກິດ ອາເມລິກາ ແລະ ຫວຽດນາມ ແລກປ່ຽນ, ປຶກສາຫາລື, ຍົກອອກມາດຕະການຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ອາເມລິກາ ໃນຂົງເຂດສາທາລະນະສຸກກ່ວາອີກ ເພື່ອຮັບໃຊ້ປະຊາຊົນຢູ່ພາຍໃນປະເທດ ແລະ ພາກພື້ນ ອາຊຽນ.
        ທີ່ກອງປະຊຸມພົບປະເຈລະຈາ, ວິສາຫະກິດ ອາເມລິກາ ຫລາຍແຫ່ງໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມື. ພ້ອມທັງຢືນຢັນທ່າແຮງຂອງບັນດານັກລົງທຶນ ອາເມລິກາ ແມ່ນພັດທະນາພື້ນຖານໂຄງລ່າງ; ຍົກສູງຄຸນນະພາບ, ປະສິດທິຜົນໃນເຕັກນິກການບົ່ງມະຕິ, ປິ່ນປົວພະຍາດ; ເສີມຂະຫຍາຍຄຸນປະໂຫຍດ, ນະໂຍບາຍປະກັນໄພສຸຂະພາບ ເພື່ອຮັບໃຊ້ປະຊາຊົນຢູ່ພາຍໃນປະເທດ ແລະ ສາກົນ…
        ເນື່ອງໃນໂອກາດນີ້, ສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ເປີດຕົວປຶ້ມປົກຂາວກ່ຽວກັບສາທາລະນະສຸກ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top