• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົນທະນາ ເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ

      ວັນທີ 17 ພຶດສະພາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາໂດຍກົງກັບປະຊາຄົມວິສາຫະກິດ ຫວຽດນາມ ແນໃສ່ຜັນຂະຫຍາຍປະສິດທິຜົນມະຕິເລກທີ 35 ຂອງລັດຖະບານກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດຈົນຮອດປີ 2020. ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ຮ່ວມເດີນທາງພ້ອມກັບວິສາຫະກິດ” ສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານ ແມ່ນລັດຖະບານສ້າງສັນ, ລັດຖະບານກະທຳ…ໃນການໜູນຊ່ວຍວິສາຫະກິດພັດທະນາ, ຄວາມຈິງແມ່ນກຳລັງໜູນພັດທະນາຂອງປະເທດຊາດ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ສົນທະນາເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາກັບວິສາຫະກິດ (ພາບ: VGP)
 
      ນີ້ແມ່ນຄັ້ງທີ 2, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາກັບວິສາຫະກິດ. ກອງປະຊຸມຄັ້ງທີ 1 ດຳເນີນໄປຢູ່ນະຄອນ ໂຮ່ຈີມິນ ກ່ອນນີ້ 1 ປີ. ມີຜູ້ແທນເຂົ້າຮ່ວມການສົນທະນາໂດຍກົງປະມານ 2.000 ຄົນ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມໂດຍທາງອ້ອມປະມານ 10.000 ຄົນຢູ່ 63 ແຫ່ງຜ່ານເຄືອຂ່າຍອິນເຕີແນັດໃນທົ່ວປະເທດ, ລວມມີຜູ້ແທນມາຈາກກຸ່ມວິສາຫະກິດນັກທຸລະກິດ, ວິສາຫະກິດມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ລັດວິສາຫະກິດ ແລະ ວິສາຫະກິດໄດ້ຫັນເປັນຫຸ້ນສ່ວນ, ບາງສະຖານທູດ ແລະ ບັນດາອົງການການເງິນໃຫຍ່, ບັນດາອົງການສຳນັກງານແຫ່ງລັດ…
        ແກ້ໄຂສິ່ງຄ້າງຄາ, ຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ
        ພາຍຫລັງການພົບປະກັບວິສາຫະກິດໃນປີ 2016, ນາຍົກລັດຖະມົນຕີປະກາດໃຊ້ມະຕິ 35/ລັດຖະບານ 2016 ກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດ. ຫລັງຈາກນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຍົກເລີກລະບຽບການບໍລິຫານ, ເງື່ອນໄຂດຳເນີນທຸລະກິດ, ໃບອະນຸຍາດບໍ່ເໝາະສົມທີ່ກີດຂວາງການເຄື່ອນໄຫວຂອງບັນດາວິສາຫະກິດນັບພັນສະບັບ. ນີ້ແມ່ນພຶດຕິກຳຕົວຈິງພໍສົມຄວນ, ສະແດງໃຫ້ເຫັນການປ່ຽນແປງໃໝ່ຢ່າງແຮງຂອງລັດຖະບານ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສົ່ງເສີມວິສາຫະກິດເລີ່ມທຸລະກິດ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ. ທ່ານ ດັ້ງເທ໋ເຫລືອງ ເລຂາທິການໃຫຍ່ສະຫະສະມາຄົມວິສາຫະກິດ ເມືອງຫາຍອານ, ນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ:
        “ປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຖືວັນທີ 10 ໃນແຕ່ລະເດືອນເພື່ອພົບປະ ແລະ ສົນທະນາກັບວິສາຫະກິດ. ຜ່ານນັ້ນ ຫລາຍວຽກງານໄດ້ຮັບການແກ້ໄຂຢ່າງທັນການ, ນີ້ແມ່ນວຽກງານທີ່ຖືກຕ້ອງ ແລະ ທັນການຕາມເນື້ອໃນຈິດໃຈຂອງມະຕິ 35. ນີ້ແມ່ນສາຍລົມໃໝ່ ຊຶ່ງບັນດາວິສາຫະກິດມີຄວາມໄວ້ເນື້ອເຊື່ອໃຈ, ຍ້ອນປະທານຄະນະກຳມະການປະຊາຊົນນະຄອນຖະແຫຼງວ່າ ບັນດາຄຳເຫັນທັງໝົດຂອງວິສາຫະກິດ ຈະໄດ້ຮັບການແກ້ໄຂຢ່າງສຸດກົກສຸດປາຍ. ບັນດາວຽກງານທີ່ກ່ຽວຂ້ອງເຖິງຂັ້ນເທິງ, ຂັ້ນກະຊວງ ແມ່ນກະຊວງຕ້ອງແກ້ໄຂ, ສ່ວນວຽກງານໃນຂອບເຂດສິດອຳນາດຂອງນະຄອນ ແມ່ນນະຄອນຈະແກ້ໄຂ”.
     ທ່ານ ຫງວຽນຈີຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ບັນດາຄວາມມານະພະຍາຍາມປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫລຸດຜ່ອນຄ່າໃຊ້ຈາຍ ແລະ ສົ່ງເສີມເລີ່ມທຸລະກິດ, ດຳເນີນທຸລະກິດຂອງບັນດາທ້ອງຖິ່ນຕາມຈິດໃຈມະຕິ 35 ປະກອບສ່ວນສຳຄັນໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ. ສະເພາະປີ 2016 ໄດ້ມີວິສາຫະກິດສ້າງຕັ້ງໃໝ່ກ່ວາ 110.000 ແຫ່ງ, ເພີ່ມຂຶ້ນກ່ວາ 16% ເມື່ອທຽບໃສ່ປີ 2015 ບັນລຸລະດັບສະຖິຕິນັບແຕ່ກ່ອນມາຮອດປະຈຸບັນ. ຕາມການຕີລາຄາຂອງທະນາຄານໂລກ (WB) ປີ 2016 ຫວຽດນາມ ໄດ້ເພີ່ມຂຶ້ນ 9 ຂັ້ນ (ແຕ່ອັນດັບທີ 91 ຂຶ້ນ 82) ກ່ຽວກັບຕົວເລກສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ບັນດາອົງການຄື Eurocham, Amcham, Jetro ລ້ວນແຕ່ມີການສັງເກດຢ່າງຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາກັບວິສາຫະກິດ (ພາບ: VGP)
 
      ຮ່ວມເດີນທາງ, ໜູນຊ່ວຍວິສາຫະກິດເພື່ອພັດທະນາຢ່າງແຂງແຮງ
      ກ່ອນທີ່ດຳເນີນກອງປະຊຸມລັດຖະມົນຕີກັບວິສາຫະກິດປີ 2017, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມໄດ້ໜັງສືສະເໜີ 200 ສະບັບຂອງວິສາຫະກິດ ແລະ ໄດ້ສົ່ງເຖິງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ເພື່ອພິຈາລະນາແກ້ໄຂ. ສຳນັກງານແຫ່ງນີ້ໄດ້ນຳສະເໜີຕໍ່ທ່ານນາຍົກລັດຖະມົນຕີກ່ຽວກັບ 5 ກຸ່ມມາດຕະການ ແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານ ວູ້ຕ້ຽນໂລກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຕີລາຄາວ່າ :
     ທ່ານນາຍົກລັດຖະມົນຕີໄດ້ຮັບຟັງຄຳເຫັນຈາກທັງ 2 ຝ່າຍອຳນາດການປົກຄອງ ແລະ ວິສາຫະກິດເພື່ອຍົກອອກບັນດາຂໍ້ຄວາມຕັດສິນຢ່າງຖືກ     ຕ້ອງ. ຈິດໃຈຮ່ວມແມ່ນ ທ່ານນາຍົກລັດຖະມົນຕີແກ້ໄຂຢ່າງຂ້ຽວຂາດ. ຜ່ານການສ່ອງແສງຂອງບັນດາວວິສາຫະກິດ, ມີຫຼາຍກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຍັງບໍ່ທັນແນະນຳກ່ຽວກັບຄວາມຮຽກຮ້ອງຕ້ອງການຂອງມະຕິ 35 ນີ້. ດັ່ງນັ້ນ, ສິ່ງທ້າທາຍຢ່າງໃຫຍ່ຫຼວງຕໍ່ທ່ານນາຍົກລັດຖະມົນຕີ ແມ່ນເຮັດແນວໃດຫັນຄວາມຕັດສິນໃຈປະຕິຮູບ, ສານປະຕິຮູບຂອງລັດຖະບານກາຍເປັນການກະທຳໃນແຕ່ລະວັນຂອງຖັນແຖວພະນັກງານລັດຖະກອນໃນອຳນາດການປົກຄອງຂັ້ນຕ່າງໆ
     ຫວຽດນາມວາງເປົ້າໝາຍເຖິງປີ 2020, ມີກວ່າ 1 ລ້ານວິສາຫະກິດ, ແຕ່ຕາມຕົວເລກຕົວຈິງໃຫ້ເຫັນວ່າ ຈຳນວນວິສາຫະກິດຍຸບເລີກ ແລະ ຢຸດຕິການດຳເນີນທຸລະກິດພວມສືບຕໍ່ຢູ່ໃນລະດັບສູງ. ເປັນອັນວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມຍັງຂາດສະຖຽນລະພາບ. ກອງປະຊຸມລັດຖະມົນຕີກັບວິສາຫະກິດປີ 2017 ຖືກດຳເນີນໃນຈຸດເວລາພາຍຫຼັງກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 12, ຊຶ່ງໄດ້ອອກມະຕິຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນ, ອັນໄດ້ສະແດງໃຫ້ເຫັນຄວາມມານະພະຍາມຂອງລັດຖະບານຫວຽດນາມໃນການຮ່ວມເດີນທາງພ້ອມກັບວິສາຫະກິດ, ຫນູນຊ່ວຍເພື່ອໃຫ້ປະຊາຄົມວິສາຫະກິດກາຍເປັນກຳລັງໜູນທີ່ສຳຄັນຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. /. 
 (ແຫຼ່ງຄັດຈາກ VOV)
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top