• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນຝລັ່ງຕີລາຄາຢ່າງຕັ້ງໜ້າສຳລັບການຢ້ຽມຢາມຝລັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ

ສື່ມວນຊົນຝລັ່ງໄດ້ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມສາທາລະນະລັດຝລັ່ງຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Emmanuel Macron ໃນລະຫວ່າງວັນທີ 25 – 27 ມີນາ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີ Emmanuel Macron

ສື່ມວນຊົນຝລັ່ງໄດ້ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມສາທາລະນະລັດຝລັ່ງຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Emmanuel Macron ໃນລະຫວ່າງວັນທີ 25 – 27 ມີນາ. ດ້ວຍຫົວຂໍ້ທີ່ວ່າ “ແງ່ຫວັງອັນດີງາມຂອງການພົວພັນຫວຽດນາມ - ຝລັ່ງ”, ໜັງສືພິມ Le Monde ໄດ້ລົງບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕີລາຄາກ່ຽວກັບແງ່ຫວັງອັນດີງາມຂອງການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ໃນບົດຂຽນດັ່ງກ່າວ, ທ່ານເລຂາທິການໃຫຍ່ ໄດ້ເນັ້ນໜັກວ່າ ໃນຕະຫຼອດໄລຍະ 45 ປີຜ່ານມາ, ຝລັ່ງຍາມໃດກໍແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ແລະ ໄດ້ຮັບຂໍ້ສັງເກດວ່າ ໃນໄລຍະປັດຈຸບັນ ສອງປະເທດມີເງື່ອນໄຂສະດວກຫຼາຍຢ່າງ ເພື່ອເພີ່ມທະວີການພົວພັນນັ້ນ.

        ວັນທີ 27 ມີນາ, ໜັງສືພິມ Les Echos ໄດ້ໃຫ້ຂ່າວໃນຂອບເຂດການຢ້ຽມຢາມຝລັ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຝລັ່ງ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ພົບປະ ແລະ ເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron ໂດຍມີເປົ້າໝາຍຕົ້ນຕໍແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງ ຝລັ່ງ - ຫວຽດນາມ ເຊິ່ງເປັນໜຶ່ງໃນບັນດາປະເທດທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດຢູ່ອາຊີ.

(ແຫຼ່ງຄັດຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top