• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນຄວນຖືເປັນສຳຄັນລັກສະນະພາວະວິໄສ, ຊື່ກົງໃນການຂຸດຄົ້ນ, ກຳຈັດຂໍ້ມູນຂ່າວກ່ຽວກັບການສໍ້ລາດບັງຫລວງ, ການຟຸມເຟືອຍ

ຕອນຄ່ຳວັນທີ 15 ສິງຫາ, ທີ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະມາຄົມນັກຂ່າວ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງພິທີມອບລາງວັນສື່ມວນຊົນທົ່ວປະເທດ “ສື່ມວນຊົນສຳລັບວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ” ຄັ້ງທີ 2 ປີ 2018 – 2019. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບັນດາຜະລິດຕະພັນສື່ມວນຊົນທີ່ເຂົ້າຮ່ວມການຊີງລາງວັນສື່ມວນຊົນໃນປີນີ້ ແມ່ນໄດ້ໃກ້ຊິດຕິດແທດການຊີ້ນຳນຳພາຂອງພັກ, ການຄຸ້ມຄອງ, ການບໍລິຫານຂອງລັດຖະບານ, ໄດ້ສ່ອງແສງເຖິງສະພາບຕົວຈິງແຫ່ງການປ່ຽນແປງໃໝ່ຂອງປະເທດຊາດຢ່າງມີຊີວິດຊີວາ ແລະ ອຸດົມສົມບູນ, ເປັນຕົ້ນແມ່ນການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ການຟຸມເຟືອຍຢ່າງຂ້ຽວຂາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຕ້ອງເວົ້າເຖິງບົດບາດສຳຄັນຂອງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງມະຫາຊົນ, ບັນດາອົງການສື່ມວນຊົນ, ພິເສດແມ່ນບັນດາຜູ້ທີ່ເຮັດວຽກງານສື່ມວນຊົນ. ບັນດາອົງການສື່ມວນຊົນໄດ້ມີຂ່າວ, ບົດຫລາຍຢ່າງທີ່ສ່ອງແສງເຖິງບັນດາບັນຫາເຄັ່ງຮ້ອນ, ເກີດຂຶ້ນເຊິ່ງປະຊາຊົນມີຄວາມສົນໃຈ. ຕໍ່ສູ້ກັບບັນດາປະກົດການສໍ້ລາດບັງຫລວງ, ການຟຸມເຟືອຍ, ໄພຫຍໍ້ທໍ້, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມຢ່າງມີໄຊ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ມີຄວາມໂປ່ງໃສ, ຍົກສູງຮູບພາບ ແລະ ທີ່ຕັ້ງບົດບາດຂອງປະເທດຊາດໃນປະຊາຄົມສາກົນ.

        ທີ່ພິທີ, ຄະນະຈັດຕັ້ງລາງວັນໄດ້ມອບລາງວັນ A, 4 ລາງວັນ; ລາງວັນ B, 9 ລາງວັນ; ລາງວັນ C, 10 ລາງວັນ; ແລະ ລາງວັນຊົມເຊີຍ 12 ລາງວັນໃຫ້ບັນດານັກປະພັນ, ກຸ່ມນັກປະພັນ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top