• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນກຳປູເຈຍຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຮອບດ້ານກັບຫວຽດນາມ

ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ 
Samdech Techno Hun Sen ຢ້ຽມຢາມ ຫວຽດນາມ​ຢ່າງ​ເປັນ​ທາງ​ການ​
          ບັນດາ​ພາຫະນະ​ສື່​ມວນ​ຊົນ ກຳປູ​ເຈຍ ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ ໃນ​ລະຫວ່າງ​ວັນ​ທີ 20-21/12 ຂອງ​ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ Samdech Techno Hun Sen, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ. ໜັງສືພິມ​ລາຍ​ວັນ “Rasmei Kampuchea“ ລັດສະໝີ ກຳປູ​ເຈຍ​ ມີ​ບົດ​ຂຽນ “ກຳປູ​ເຈຍ ​ແລະ ຫວຽດນາມ​ສືບ​ຕໍ່​ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ມຸ່ງ​ໄປ​ເຖິງ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ“. ບົດ​ຂຽນ​ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ກຳປູ​ເຈຍ - ຫວຽດນາມ. ປະຊາຊົນ ກຳປູ​ເຈຍ​ຈະ​ເປັນ​ເພື່ອນ​ມິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ປະຊາຊົນ ຫວຽດນາມ ຕະຫຼອດ​ໄປ. ກຳປູ​ເຈຍ ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ ກຳປູ​ເຈຍ - ຫວຽດນາມ.
ສ່ວນ​ໜັງສືພິມ ກຳປູ​ເຈຍ​ໃໝ່ ກໍ່​ໄດ້​ລົງ​ພິມ​ເນື້ອ​ໃນ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ກຳປູ​ເຈຍ ​ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ພາກສ່ວນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ, ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Hun Sen ນຳ​ໜ້າ. ບົດ​ໜັງສືພິມ​ເນັ້ນ​ໜັກ​ວ່າ, ນອກຈາ​ກການ​ຢ້ຽມຢາມ, ການ​ພົບ​ປະ ​ແລະ ​ເຈລະຈາ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ ຫວຽດນາມ, ​ທ່ານ​ນາຍົກລັດຖະມົນຕີ Hun Sen ຍັງ​ມີ​ການ​ພົບ​ປະ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ການ​ນຳ​ນະຄອນ ​ໂຮ່ຈີ​ມິນ, ບັນດາ​ນັກຮົບ​ເກົ່າ ຫວຽດນາມ ພ້ອມດ້ວຍ​ຄອບຄົວ​ອີກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top