• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ໍປະຕິບັດຂັ້ນຕອນອອກໃບອະນຸຍາດໂດຍດ່ວນໃຫ້ແກ່ວັກຊິນ ກັນໂຄວິດ - 19

      ພາຍຫຼັງກອງປະຊຸມ, ສະພາໃຫ້ຄຳປຶກສາໄດ້ຢັ້ງຢືນບັນດາໝາກຜົນທີ່ບັນລຸໄດ້ຕໍ່ເອກະສານ ສະເໜີອອກໃບຈົດທະບຽນນຳໃຊ້ຂອງ ວັກຊິນ Nanocovax ຊຶ່ງໄດ້ຖືກບັນດາອະນຸກຳມະການປະເມີນຜົນ ແລະ ສະພາຈັນຍາບັນ ກວດກາ. 
ວັກຊິນກັນໂຄວິດ - 19 Nanocovax (ພາບ:  VGP)
      ສະພາໃຫ້ຄຳປຶກສາການອອກໃບຈົດທະບຽນການນຳໃຊ້ຢຸກຢາ, ວັດຖຸດິບ ເພື່ອຜະລິດຢາ ໃຫ້ຮູ້ວ່າ: ວັນທີ 29 ສິງຫາ ປີ 2021, ສະພາໃຫ້ຄຳປຶກສາພ້ອມກັບການນຳບັນດາກົມທີ່ກ່ຽດຂ້ອງຂອງ ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າສະພາຈັນຍາບັນ ໃນການຄົ້ນຄ້ວາການແພດຊີວະແຫ່ງຊາດ, ບັນດານັກຊ່ຽວຊານປະເມີນຜົນຂຶ້ນກັບບັນດາ ອະນຸກຳມະການ ໄດ້ຈັດກອງປະຊຸມພິຈາລະນາເອກະສານ ສະເໜີອອກໃບຈົດທະບຽນການນຳໃຊ້ ວັກຊິນກັນໂຄວິດ - 19 Nanocovax ໂດຍບໍລິສັດຫຸ້ນສ່ວນ ເຕັກໂນໂລຢີຊີວະ ການຢາ Nanogen ຈົດທະບຽນ ແລະ ຜະລິດ.
      ພາຍຫຼັງກອງປະຊຸມ, ສະພາໃຫ້ຄຳປຶກສາໄດ້ຢັ້ງຢືນບັນດາໝາກຜົນທີ່ບັນລຸໄດ້ຕໍ່ເອກະສານ ສະເໜີອອກໃບຈົດທະບຽນນຳໃຊ້ຂອງ ວັກຊິນ Nanocovax ຊຶ່ງໄດ້ຖືກບັນດາອະນຸກຳມະການປະເມີນຜົນ ແລະ ສະພາຈັນຍາບັນ ກວດກາ. ພ້ອມນັ້ນ, ສະພາໃຫ້ຄຳປຶກສາ ສະເໜີໃຫ້ ວິສາຫະກິດ ສືບຕໍ່ເພີ່ມເຕີມ, ເຮັດໃຫ້ຈະແຈ້ງບາງເນື້ອໃນ, ລາຍງານຕໍ່ສະພາຈັນຍາບັນ ແລະ ສະພາໃຫ້ຄຳປຶກສາ ເພື່ອ ພິຈາລະນາ, ປະເມີນຜົນ ເພື່ອອອກໃບຈົດທະບຽນການນຳໃຊ້ ມີເງື່ອນໄຂໃນກໍລະນີດ່ວນ.
(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top