• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ ພວມອີງໃສ່ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ

      ວັນທີ 05 ກຸມພາ, ຢູ່ວັງ Krem-lin, ກ່າວຄຳເຫັນທີ່ພິທີຮັບສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດຕ່າງປະເທດຄົນໃໝ່ຈາກ 23 ປະເທດມາຮັບໜ້າທີ່ທາງການທູດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ:
            ປັດຈຸບັນ, ມວນມະນຸດພວມຢືນຢູ່ຕໍ່ໜ້າໄພອັນຕະລາຍ, ບັນດາການປະທະກັນຢູ່ພາກພື້ນ, ບັນດາໄພນາບຂູ່ກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງພວມເພີ່ມຂຶ້ນ. ລະບົບຄວບຄຸມອາວຸດພວມລົ້ມລະລາຍ, ເສດຖະກິດທົ່ວໂລກພວມຕົກເຂົ້າສູ່ສະພາບຂາດສະຖຽນລະພາບ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AP)
      ການນຳ ລັດເຊຍ ຖະແຫຼງວ່າ, ລັດເຊຍ ຈະສືບຕໍ່ມານະພະຍາຍາມຮັກສາແຜນການດຳເນີນງານຮ່ວມຮອບດ້ານກ່ຽວກັບໂຄງການນິວເຄຼຍ ອີຣານ, ຖືຂໍ້ຕົກລົງສາກົນສະບັບນີ້ ມີຄວາມສຳຄັນທີ່ສຸດຕໍ່ສະຖຽນລະພາບໃນທົ່ວໂລກ ແລະ ພາກພື້ນ.
        ພ້ອມກັນນັ້ນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍັງຖືວ່າ: ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ ແມ່ນອີງໃສ່ການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ດຽນ​ບຽນ​ຕ້ອງ​ສຸມ​ໃສ່​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ແລະ ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ສະ​ເພາະ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ດຽນ​ບຽນ​ຕ້ອງ​ສຸມ​ໃສ່​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ແລະ ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ສະ​ເພາະ

ດຽນ​ບຽນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບຫຼາຍ​ຢ່າງ; ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຂວງ ທີ່ບໍ່ໄດ້ປະ​ຕິ​ບັດ​ການ​ໂຮມ​ເຂົ້າ​ກັບ​ແຂວງ​ອື່ນ.

Top