ຂ່າວສານ

ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ ພວມອີງໃສ່ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ

      ວັນທີ 05 ກຸມພາ, ຢູ່ວັງ Krem-lin, ກ່າວຄຳເຫັນທີ່ພິທີຮັບສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດຕ່າງປະເທດຄົນໃໝ່ຈາກ 23 ປະເທດມາຮັບໜ້າທີ່ທາງການທູດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ:
            ປັດຈຸບັນ, ມວນມະນຸດພວມຢືນຢູ່ຕໍ່ໜ້າໄພອັນຕະລາຍ, ບັນດາການປະທະກັນຢູ່ພາກພື້ນ, ບັນດາໄພນາບຂູ່ກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງພວມເພີ່ມຂຶ້ນ. ລະບົບຄວບຄຸມອາວຸດພວມລົ້ມລະລາຍ, ເສດຖະກິດທົ່ວໂລກພວມຕົກເຂົ້າສູ່ສະພາບຂາດສະຖຽນລະພາບ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AP)
      ການນຳ ລັດເຊຍ ຖະແຫຼງວ່າ, ລັດເຊຍ ຈະສືບຕໍ່ມານະພະຍາຍາມຮັກສາແຜນການດຳເນີນງານຮ່ວມຮອບດ້ານກ່ຽວກັບໂຄງການນິວເຄຼຍ ອີຣານ, ຖືຂໍ້ຕົກລົງສາກົນສະບັບນີ້ ມີຄວາມສຳຄັນທີ່ສຸດຕໍ່ສະຖຽນລະພາບໃນທົ່ວໂລກ ແລະ ພາກພື້ນ.
        ພ້ອມກັນນັ້ນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍັງຖືວ່າ: ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ ແມ່ນອີງໃສ່ການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

top