• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ເລືອກ​​ຕັ້ງ​ທ່ານ ຟ້າມ​ມິງ​ຈິ໋ງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ທ່ານຟ້າມມິງຈິ໋ງ ເກີດປີ 1958, ບ້ານເກີດຢູ່: ຕາແສງ ຮວາລົກ, ເມືອງເຮົ້າລົກ, ແຂວງແທັງຮ໊ວາ. ທ່ານແມ່ນກຳມະການກົມການເມືອງ ຊຸດທີ XII, XIII, ເລຂາທິການສູນກາງພັກຊຸດທີ XII, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XI, XII, XIII,ສະມາຊິກສະພາແຫ່ງຊາດຊຸດທີ XIV.
ທ່ານ ຟ້າມມິງຈິ໋ງ ນາຍົກລັດຖະມົນຕີຄົນໃໝ່ (ພາບ: VGP)

ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍອັດຕາລວມບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ. ກ່າວຄຳເຫັນພາຍຫຼັງພິທີສາບານຕົວ, ທ່ານ ຟ້າມມິງຈິ໋ງ ໄດ້ຢັ້ງຢືນວ່າ ເລື່ອງສະພາແຫ່ງຊາດມີຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ປະເທດແຫ່ງສສ.ຫວຽດນາມ ແມ່ນຄວາມເປັນກຽດ, ພ້ອມທັງກໍ່ແມ່ນພາລະບົດບາດທີ່ໜັກໜ່ວງເຊິ່ງພັກ, ລັດ ແລະ ປະຊາຊົນເຊື່ອໝັ້ນມອບໝາຍໃຫ້.

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສືບຕໍ່ຍູ້ແຮງຢ່າງຮອບດ້ານ, ຄົບຊຸດພາລະກິດແຫ່ງການປ່ຽນແປງໃໝ່ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານນາຍົກລັດຖະມົນຕີຄົນໃໝ່ ໄດ້ສະເໜີແນະບາງໜ້າທີ່ ເຊິ່ງໄດ້ລັດຖະບານ, ນາຍົກລັດຖະມົນຕີຈະຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

        ໜຶ່ງແມ່ນສ້າງໂຄງການກະທຳເພື່ອຫັນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປັນລະອຽດ, ໃນນັ້ນສຸມໃສ່ 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ສອງແມ່ນ, ສືບຕໍ່ຍູ້ແຮງການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ, ເດັດດ່ຽວ, ຢຶດໝັ້ນກັບການຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ອາດຍະສິດ, ຫຍໍ້ທໍ້. ສາມແມ່ນ, ຄຸ້ມຄອງບໍລິຫານ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອພັດທະນາປະເທດຊາດ. ສີ່ແມ່ນ, ເດັດດ່ຽວ, ຢຶດໝັ້ນກັບການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.

        ທ່ານຟ້າມມິງຈິ໋ງ ເກີດປີ 1958, ບ້ານເກີດຢູ່: ຕາແສງ ຮວາລົກ, ເມືອງເຮົ້າລົກ, ແຂວງແທັງຮ໊ວາ. ທ່ານແມ່ນກຳມະການກົມການເມືອງ ຊຸດທີ XII, XIII, ເລຂາທິການສູນກາງພັກຊຸດທີ XII, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XI, XII, XIII,ສະມາຊິກສະພາແຫ່ງຊາດຊຸດທີ XIV.

 (ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top