• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ໄວຣັດສາຍພັນໃໝ່ Omicron ຂອງໄວຣັດ SARS-CoV-2 ພວມແຜ່ລະບາດດ້ວຍລະດັບທີ່ບໍ່ເຄີຍມີມາກ່ອນ.
ພາບປະກອບ: TTXVN

ໄລ່ຮອດເວລາ 1 ໂມງຂອງວັນທີ 15 ທັນວາ (ຕາມເວລາ UTC) ທົ່ວໂລກກວດພົບຜູ້ຕິດເຊື້ອໂຄວິດ-19 ກວ່າ 271,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,3 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກວ່າ 244,2 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຂອງໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 51,1 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 800.000 ຄົນ. ເອີລົບ ສືບຕໍ່ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ-19 ເມື່ອຈຳນວນຜູ້ຕິດເຊື້ອພະຍາດໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາກວມເຖິງ 59% ຈຳນວນຜູ້ຕິດເຊື້ອພະຍາດໃນທົ່ວໂລກ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 14 ທັນວາ ຫາເວລາ 16 ໂມງຂອງວັນທີ 15 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ 15.527 ຄົນ, ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.459.175 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.063.428 ຄົນ ແລະ ມີຜູ້ເສຍຊີວິດ 28.616 ຄົນ.

        ວັນທີ 14 ທັນວາ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ໄວຣັດສາຍພັນໃໝ່ Omicron ຂອງໄວຣັດ SARS-CoV-2 ພວມແຜ່ລະບາດດ້ວຍລະດັບທີ່ບໍ່ເຄີຍມີມາກ່ອນ. ຕາມທ່ານຜູ້ອຳນວຍການໃຫຍ່ອົງການ WHO Tedros Adhanom Ghebreyesus ແລ້ວ, ໄລ່ມາຮອດປະຈຸບັນ, ໄວຣັດ Omicron ໄດ້ແຜ່ລະບາດສູ່ 77 ປະເທດ ແລະ ເຂດແຄ້ວນແລ້ວ. WHO ກະຕຸກຊຸກຍູ້ບັນດາປະເທດຄວນມີການກະທຳຢ່າງໄວ ເພື່ອຈຳກັດການແຜ່ລະບາດນີ້.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top