• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 3 ມິ​ຖຸ​ນາ

ໄລ່ຮອດເວລາ 1 ໂມງຂອງວັນທີ 3 ມິຖຸນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມກວ່າ 172 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,7 ລ້ານຄົນເສຍຊີວິດ.
ການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ອີຣານ (ພາບ: IRNA/TTXVN)

ຖ້າໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາຊີ ພວມຢືນອັນດັບໜຶ່ງ ດ້ວຍຈຳນວນຜູ້ຕິດເຊື້ອ 51.693.565 ຄົນ, ໃນນັ້ນ ມີເກືອບ 700.000 ຄົນເສຍຊີວິດ. ໃນເວລາ 24 ຊົ່ວໂມງຜ່ານມາ, ພາກພື້ນນີ້ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ ກວ່າ 210.000 ຄົນ ແລະ ກວ່າ 4,2 ພັນຄົນເສຍຊີວິດ.

        ຢູ່ ເອີີຣົບ, ໃນເວລາ 24 ຊົ່ວໂມງຜ່ານມາ, ທະວີບນີ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດກວ່າ 51 ລ້ານຄົນ ແລະ ມີກວ່າ 1,3 ພັນຄົນເສຍຊີວິດ.

        ກ່ຽວຂ້ອງເຖິງໂຄງການ COVAX, ວັນທີ 2 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ຖະແຫຼງວ່າ ຈະສະໜອງຕື່ມອີກ 800 ລ້ານ USD ເພື່ອໜູນຊ່ວຍວຽກງານແຈກຢາຍວັກຊິນກັນພະຍາດໂຄວິດ -  19 ຢ່າງຍຸຕິທຳໃນໂລກ.    

  ກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ນັບແຕ່ເວລາ 12 ໂມງ ຫາເວລາ 18 ໂມງຂອງວັນທີ 3 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 91 ກໍລະນີ. ເປັນອັນວ່າ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 8.063 ກໍລະນີ, ໃນນັ້ນ ມີ 3.085 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 49 ກໍລະນີເສຍຊີວິດ. 

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top