• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມ​ສະຫຼອງ 60 ປີ ແຫ່ງວັນ​ສ້າງ 3 ນະ​ຄອນ​ແຮກ​ສ່ຽງ: ຮ່າ​ໂນ້ຍ - ເຫວ້ - ໄຊ​ງ່ອນ

ວັນທີ 3 ຕຸລາ, ໄດ້ຈັດການໂອ້ລົມສົນທະນາວິທະຍາສາດ ແລະ ພົບປະບັນດາຕົວລະຄອນປະຫວັດສາດ ສ້າງຂີດໝາຍ 60 ປີແຫ່ງວັນສ້າງ 3 ນະຄອນແຮກສ່ຽງ: ຮ່າໂນ້ຍ - ເຫວ້ - ໄຊງ່ອນ (8/10/1960 – 8/10/2020), ເນື່ອງໃນໂອກາດສະເຫຼີມສະຫຼອງ 1010 ປີ ແຫ່ງວັນແທັງລອງ - ຮ່າໂນ້ຍ.

ການໂອ້ລົມກັບບັນດາຕົວລະຄອນປະຫວັດສາດ (ພາບ:nhandan.com.vn )

ທີ່ການໂອ້ລົມສົນທະນາ, ການນຳສາມນະຄອນຮ່າໂນ້ຍ, ເທື່ອທຽນເຫວ້, ນະຄອນ ໂຮ່ຈີມິນ ໄດ້ພ້ອມກັນທົບທວນຄືນມູນເຊື້ອອັນດີງາມລະຫວ່າງ 3 ແຂວງ, ນະຄອນ. ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອັກແອັງ ເຊື່ອໝັ້ນວ່າ, ສາຍພົວພັນແບບພິເສດລະຫວ່າງ 3 ນະຄອນ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາພະນັກງານ, ສະມາຊິກພັກ, ປະຊາຊົນລຸ້ນຕ່າງໆ ດ້ວຍບັນດາວຽກງານລະອຽດ, ແທດຈິງ ເພື່ອສ້າງນ້ຳໃຈລະຫວ່າງ 3 ທ້ອງຖິ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ ຕົກລົງປ່ຽນຊື່ທາງຫຼວງ ບຽນຮວ່າ ເປັນທາງຫຼວງ ຮ່າໂນ້ຍ. ໃນໄລຍະຈະມາເຖິງ, ຮ່າໂນ້ຍ, ເຫວ້, ໄຊງ່ອນ - ນະຄອນໂຮ່ຈີມິນ ຈະເປັນເອກະສັນຍູ້ແຮງການພົວພັນແລກປ່ຽນ ແລະ ຮ່ວມມືຢ່າງຮອບດ້ານໃນທຸກໆຂົງເຂດ. ມີຫຼາຍໂຄງການຮ່ວມມືລະຫວ່າງ 3 ນະຄອນ ໄດ້ລົງນາມໃນເຫດການນີ້.

        ໃນຕອນຄ່ຳຂອງວັນດຽວກັນ ຢູ່ຮ່າໂນ້ຍ ກໍໄດ້ຈັດລາຍການສະແດງສິລະປະພິເສດ “ຮ່າໂນ້ຍ - ເຫວ້ - ໄຊງ່ອນ” ເພື່ອຮັບໃຊ້ມວນຊົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top