• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມນັກປະພັນດົນຕີ ຫວຽດນາມ

      ເນື່ອງໃນໂອກາດນີ້, ນັກປະພັນດົນຕີລຸ້ນຕ່າງໆ ໄດ້ພ້ອມກັນຫວນຄືນໄລຍະທາງ 60 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະມາຊິກສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ສືບທອດມູນເຊື້ອຂອງລຸ້ນກ່ອນ

ສະມາຄົມນັກປະພັນດົນຕີ ຫວຽດນາມໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ. 
      ຕອນເຊົ້າວັນທີ 17 ທັນວາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ສະມາຄົມນັກປະພັນດົນຕີ ຫວຽດນາມໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ. ເນື່ອງໃນໂອກາດນີ້, ນັກປະພັນດົນຕີລຸ້ນຕ່າງໆ ໄດ້ພ້ອມກັນຫວນຄືນໄລຍະທາງ 60 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະມາຊິກສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ສືບທອດມູນເຊື້ອຂອງລຸ້ນກ່ອນ ດ້ວຍບັນດາທຳນອງເພງໂດຍເລີ່ມມາຈາກທຳນອງເພງຂອງຊາດ, ຕິດພັນກັບລັດທິຮັກຊາດຮັກການປະຕິວັດ, ຍ້ອງຍໍຊົມເຊີຍຊີວິດການເປັນຢູ່ຂອງປະຊາຊົນຜູ້ອອກແຮງງານ, ຍ້ອງຍໍຊົມເຊີຍຄວາມຮັກຂອງມະນຸດ, ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ…
        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຊີ້ແຈ້ງວ່າ:
        “ນັກປະພັນດົນຕີ, ນັກສິລະປິນລຸ້ນຕ່າງໆ ໄດ້ເຊື່ອມຕົວເຂົ້າກັບຊີວິດການຕໍ່ສູ້, ການອອກແຮງງານ ແລະ ໃນພາລະກິດສ້າງສາ, ປົກປັກຮັກສາຂອງປະຊາຊົນ ຫວຽດນາມ ຢ່າງແທດຈິງ; ໄດ້ປະດິດສ້າງບັນດາບົດເພງຍືນຍົງຄົງຕົວກັບການເວລາ. ໃນ 12 ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ ໂດຍ UNESCO ເຊີດຊູ ມີ 8 ມໍລະດົກແມ່ນກ່ຽວກັບດົນຕີ. ນີ້ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນທັງຊາດ ພິເສດແມ່ນບັນດາຜູ້ເຮັດວຽກງານດົນຕີ.”
 (ແຫຼ່ງຄັດຈາກ VOV)

 

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top